3 ຄົນ​ທີ່​ຈະ​ພົບ​ກັນ​ບົນ​ເສັ້ນ​ທາງ​ແຫ່ງ​ຄວາມ​ຮັກ

(GMT+08:00) 2013-12-20 09:29:49     cri



ສິ່ງ​ທີ່​ເປັນ​ໜ້າ​ເສຍດາຍ​​ແມ່ນ: ສາມ​ຄົນ​ດັ່ງກ່າວ​ນີ້​ບໍ່​ແມ່ນຄົນ​ຜູ້​ດຽວ, ຜູ້​ທີ່​ເຮົາຮັກ​ທີ່​ສຸດ, ອາດ​ຈະບໍ່​ໄດ້​ເລືອກ​ເອົາເຮົາ, ຜູ້​ທີ່​ຮັກ​ເຮົາ​ທີ່​ສຸດ, ອາດຈະບໍ່​ແມ່ນ​ຄົນ​ທີ່​ເຮົາ​ຮັກ​, ສ່ວນ​ຜູ້​ທີ່​ຈະ​ຢູ່​ນຳ​ເຮົາ​ຕະຫຼອດ​ຊີວິດ​ນັ້ນ, ອາດ​ຈະ​ບໍ່​ແມ່ນ​ຄົນ​ທີ່​​ເຮົາຮັກ​ທີ່​ສຸດ ​ແລະ​ກໍ່​ບໍ່​ແມ່ນ​ຄົນ​ທີ່​ຮັກ​​ເຮົາທີ່​ສຸດ, ພຽງ​ແຕ່​ເປັນ​ຜູ້​ທີ່​ປະກົດ​ຕົວ​ໃນ​ເວລາ​ທີ່​ເໝາະສົມ​ທີ່​ສຸດ​ເທົ່າ​ນັ້ນ.

ອັນ​ນີ້​ກໍ່ຄື​ຊີວິດ​ຕົວ​ຈິງ​ຂອງ​ຄົນ​ເຮົາ, ​ໂຊ​ກຊະ​ຕາ​ປ່ຽນ​ຍາກ, ເລື່ອງ​ຄວາມ​ຮັກ​ສ່ວນ​ໃຫຍ່​ແມ່ນ​ຂຶ້ນ​ກັບ​ພົມ​ລິກຂິດ, ບໍ່​ແມ່ນ​ວ່າ​ຈະ​ໄປ​ຕາມ​ຄວາມ​ປາຖະໜາ​ຂອງ​ຄົນ​ເຮົາ​ເອງ​. ສະ​ນັ້ນ, ຖ້າ​ວ່າ​ທ່ານ​ໄດ້​ຢູ່​ນຳ​ຜູ້​ທີ່​ຕົນ​ຮັກ, ຜູ້​ນັ້ນ​ກໍ່​ຮັກ​ທ່ານ​ເຊັ່ນ​ກັນ, ທ່ານ​ກໍ່​ແມ່ນ​ຄົນ​ທີ່​ໂຊກ​ດີ​ທີ່​ສຸດ​ໃນ​ໂລກ​ແລ້ວ, ທ່ານ​ຄວນ​ຖະໜຸ​ຖະໜອມ​ຄວາມ​ຮັກ​ນີ້​ໃຫ້​ດີໆ.​ແຕ່​ວ່າ, ​ແນວ​ໃດ​ກໍ່ຕາມ, ສຸດ​ທ້າຍ, ບໍ່​ວ່າ​ທ່ານ​ໄດ້​ດຳ​ລົງ​ຊີວິດ​ຢູ່​ນຳ​ໃຜ, ທ່ານ​ກໍ່​ຄວນ​ຮັບ​ຜິດ​ຊອບ​ຕໍ່​ການ​ຄັດ​ເລືອກ​ຂອງ​ຕົນ, ​ຕັດສິນ​ໃຈ​ຢູ່​ນຳ​ຜູ້​ໃດ​ຜູ້​ໜຶ່ງ​ແລ້ວ, ກໍ່​ຄວນ​ເອົາ​ໃຈ​ໃສ່​ຜູ້​ນັ້ນ​ໃຫ້​ດີ​ທີ່​ສຸດ, ​ຖະໜຸ​ຖະໜອມ​ຄວາມ​ຮັກ​ແລະ​​ເວລາທີ່​ຢູ່​ນຳກັນ, ສ້າງ​ຄວາມສຸກ​ໃຫ້​ແກ່​ຊີວິດ​ຂອງ​ທັງສອງ​ຄົນ.

ບໍ່​ຮູ້​ວ່າ, ດຽວ​ນີ້, ທ່ານ​ໄດ້​ພົບ​ຜູ້​ທີ​ເທົ່າ​ໃດ​​ແລ້ວບົນ​ເສັ້ນທາງ​ສະ​ແຫວ​ງຫາ​ຄວາມ​ຮັກຂອງ​ຕົນ? ສ່ວນ​ທ່ານ​ເດ? ທ່ານ​​ເປັນຕົວ​ສະ​ແດງ​ແບບ​ໃດ​ໃນ​ຄວາມ​ຮັກ​ຂອງ​ຜູ້​ອື່ນ?


1 2