​ເຈົ້າ​ແມ່ນ​ຄົນ​ທີ່​ເໝືອນ​ດັ່ງ​ກາ​ເຟ​ແລະໂຄຄາ​ໂຄ​ລາ ຫຼືນ້ຳລ້າໆ?

(GMT+08:00) 2013-12-30 10:45:34     cri


ໃນຊີວິດ, ພວກ​ເຮົາ​ຈະ​​ໄດ້​ພົບຫຼາຍຄົນ, ທຸກ​ຄົນ, ​ເຊິ່ງລວມທັງ​ເຮົາ​ເອງກໍ່​ມີ​ນິດ​ໃສ​ທີ່​ຕ່າງ​ກັບ​ຜູ້​ອື່ນ. ຄົນ​ທີ່ມີ​ນິດ​ໃສພິ​ເສດນັ້ນ ກໍ່​ເໝືອນ​ດັ່ງກາ​ເຟ ຫຼື​​​ໂຄຄາ​ໂຄ​ລາ, ລົດ​ຊາດ​ມັນ​ເຂັ້ມ​ຂຸ້ນ, ​ຜູ້​ທີ່​ຕິດລົດຊາດນັ້ນ​ຈະ​ມັກຫຼາຍ, ​ແຕ່​ຜູ້ທີ່​ບໍ່​ມັກ​ນັ້ນ ກໍ່ບໍ່ມັກ​ທີ່​ສຸດ​ເຊັ່ນ​ດຽວ​ກັນ, ຈົນ​ເຖິງ​ຂັ້ນ​ຊັງ​ກໍ່​ມີ. ສ່ວນຄົນ​ທີ່​ມີ​ນິດ​ໃສທຳ​ມະ​ດາ​ນັ້ນ ​ກໍ່ເໝືອນ​ດັ່ງ​ນ້ຳລ້າໆ, ລົດ​ຊາດ​ມັນ​ຈາງ, ບໍ່​ມີ​ຫຍັງ​ພິ​ເສດ, ບໍ່​ສູ່​ມີ​ຄົນ​ມັກຫຼາຍປານ​ໃດ, ​ແຕ່​ກໍ່​ບໍ່ຫ່ອນ​ຈະມີ​ຄົນ​ຊັງ. ​ເວລາ​ຢູ່​ນຳ​ກັນ​ກັບຄົນ​ທີ່​ເໝືອນ​ດັ່ງ​ກາ​ເຟ​ແລະ​ໂຄຄາ​ໂຄ​ລາ, ຈະ​ຮູ້ສຶກມ່ວນຫຼາຍ, ​​ເວລາ​ຢູ່​ນຳ​ກັນ​ກັບຄົນ​ທີ່​ເໝືອນ​ດັ່ງ​ນ້ຳລ້າໆ​ນັ້ນ, ຊີວິດ​ກໍ່​ຈະ​ຈືດ​ຈາງຫຼາຍ, ຮູ້ສຶກ​ວ່າ ບໍ່​ມີ​ຫຍັງ​ທີ່​ເປັນຕາ​ຈົດ​ຈຳ​ໄວ້.


1 2