​ເຈົ້າ​ແມ່ນ​ຄົນ​ທີ່​ເໝືອນ​ດັ່ງ​ກາ​ເຟ​ແລະໂຄຄາ​ໂຄ​ລາ ຫຼືນ້ຳລ້າໆ?

(GMT+08:00) 2013-12-30 10:45:34     cri


​​ເບີ່​ງ​ແລ້ວ, ຄື​ວ່າຢູ່​ນຳ​ຄົນ​ທີ່​ເໝືອນດັ່ງ​ນ້ຳລ້າໆ​ນັ້ນ ບໍ່​ມ່ວນ, ​ແຕ່​ວ່າ, ຄົນ​ແບບ​ນັ້ນ ຊ້ຳພັດ​ມີ​ຈຸດດີ​ຂອງ​ຕົນ, ຕອນ​ທຳ​ອິດ​ທີ່ຮູ້ຈັກ​ກັບ​ລາວ, ລາວ​ເປັນຄົນ​ແນວ​ນັ້ນ, ​ເວລາ​ດົນ​ນານ​ຜ່ານ​ໄປ​ແລ້ວ, ລາວ​ຍັງເປັນ​ແນວ​ນັ້ນ​ຄື​ເກົ່າ, ກາ​ເຟ​ແລະ​​​ໂຄຄາ​​ໂຄ​ລາ​ອາດ​ຈະ​​ແຊບຫຼາຍ, ​ແຕ່​ຢ່າ​ລືມ, ກິນຫຼາຍ​ແລ້ວ​ຈະ​ບໍ່​ດີ​ຕໍ່​ສຸຂະພາບ, ​ສິ່ງ​ທີ່​ເຮົາ​ຂາດ​ບໍ່​ໄດ້​ນັ້ນ ຫາກຍັງ​ແມ່ນ​ນ້ຳລ້າໆ. ມີ​ຄຳ​ຄົມ​ປະ​ໂຫຍກໜຶ່ງ​ເວົ້າ​ວ່າ: ຢາກ​ເປັນ​ນ້ຳລ້າໆ ​ໃຫ້​ເຈົ້າ​ດື່ມ​ທຸກ​ວັນ, ​ເຖິງ​ຈະ​ບໍ່​ສຳຄັນ, ​ແຕ່​ເຈົ້າ​ກໍ່​ຂາດ​ມັນ​ບໍ່​ໄດ້. ສະ​ນັ້ນ, ທ່ານ​ເດ່? ທ່ານ​ເປັນ​ຄົນ​ທີ່​ເໝືອນ​ດັ່ງ​ກາ​ເຟ​ແລະ​ໂຄຄາ​ໂຄ​ລາ ຫຼື​ເປັນ​ຄົນ​ທີ່​ເໝືອນ​ດັ່ງ​ນ້ຳລ້າໆ?

1 2