ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ຕົນ​ເອງ

(GMT+08:00) 2014-01-22 20:56:48     cri

ມີ​ນັກ​ຮ້ອງ​ຍິງ​ຜູ້​ໜຶ່ງ, ຂຶ້ນ​ເວ​ທີ​ສະ​ແດງ​ເປັນ​ເທື່ອ​ທຳ​ອິດ, ນາງ​ຕື່ນ​ເຕັ້ນ​ທີ່​ສຸດ. ເມື່ອ​ຄຶດ​ວ່າ ຕົນ​ເອງ​ຈະ​ຂຶ້ນ​ເທິງ​ເວ​ທີ​ທີ່​ມີ​ຜູ້​ຊົມ​ເປັນ​ພັນ, ນາງ​ຕື່ນ​ເຕັ້ນ​ຈົນ​ຝາ​ມື​ອອກ​ເຫື່ອ. ນາງ​ຄິດ​ໃນ​ໃຈ​ວ່າ: ຖ້າ​ຂຶ້ນ​ເວ​ທີ​ແລ້ວ, ລືມ​ເນື້ອ​ເພງແລ້ວ​ຈະ​ເຮັດ​ແນວ​ໃດ? ຍິ່ງ​ຄິດ​ຫົວ​ໃຈ​ກໍ່​ຍິ່ງ​ເຕັ້ນ​ແຮງ, ທັງ​ຄິດ​ຢາກ​ຖອນ​ຕົວ​ອອກ​ຈາກ​ການ​ສະ​ແດງ​ເທື່ອ​ນີ້.

ໃນ​ເວ​ລາ​ນັ້ນ, ອາ​ຈານ​ຂອງ​ນາງຍ່າງ​ມາ​ຫາ​ນາງ​ດ້ວຍ​ຮອຍ​ຍີ້ມ, ​ແລ້ວ​ຍື່ນ​ເຈ້ຍ​ນ້ອຍ​ໃບ​ໜຶ່ງ​ໃຫ້​ນາງ, ພ້ອມທັງ​ບອກ​ຄ່ອຍໆ​ວ່າ: ໃນ​ນີ້​ໄດ້​ຂຽນ​ເນື້ອ​ເພງ​ທີ່​ເຈົ້າ​ຈະ​ຮ້ອງ, ຖ້າ​ເຈົ້າ​ລືມ, ກໍ່​ເປີດ​ເບິ່ງ​ເດີ້!

ນາງ​ຈັບ​ເຈ້ຍ​ໃບ​ນີ້​ແລ້ວ, ຍ່າງ​ຂຶ້ນ​ເວ​ທີ​ຢ່າງ​ໝັ້ນ​ໃຈ​ແລະ​ກໍ່​ສະ​ແດງ​ໄດ້​ດີຢ່າງ​​ບໍ່​ມີ​ຄວາມ​ຢ້ານ​ກົວ.

ເມື່ອ​ຍ່າງ​ລົງ​ມາ​ຈາກ​ເວ​ທີ​ສະ​ແດງ, ນາງ​ໄປຂອບ​ໃຈ​ນຳ​ອາ​ຈານ, ອາ​ຈານ​ຍິ້ມ​ແລະ​ບອກວ່າ: ບໍ່​ຕ້ອງ​ຂອບ​ໃຈ​ອາຈານ, ແມ່ນ​ເຈົ້າ​ໄດ້​ເອົາ​ຊະ​ນະ​ຕົນ​ເອງ, ໄດ້​ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ຕົນ​ເອງ. ທີ່​ຈິງ​ແລ້ວ, ເຈ້ຍ​ນ້ອຍ​ທີ່​ອາຈານ​ເອົາ​ໃຫ້​ເຈົ້າ​ນັ້ນ​ແມ່ນ​ເຈ້ຍ​ຂາວ​ຊື່ໆ​, ບໍ່​ໄດ້​ຂຽນ​ຫ​ຍັງ​ໃສ່​ດອກ. ນາງ​ເປີດ​ເຈ້ຍ​ນ້ອຍ​ອອກ​ເບິ່ງ, ຈິ່ງ​ຮູ້​ວ່າ​, ຢູ່​ເທິງ​ເຈ້ຍ​ນັ້ນ, ບໍ່​ມີ​ໜັງ​ສື​ພໍ​ໂຕ​. ນາງ​ຮູ້​ສຶກ​ງົງ​ຫຼາຍ, ຍ້ອນ​ເຈ້ຍ​ເປົ່າ​ໃບ​ນີ້, ຕົນ​ເອງ​ຈຶ່ງ​ເອົາ​ຊະ​ນະ​ຄວາມ​ຕື່ນ​ເຕັ້ນ​ໄດ້​ແລະ​ການ​ສະ​ແດງ​ໄດ້​ຮັບ​ຜົນ​ສຳ​ເລັດ.

ອາ​ຈານ​ເວົ້າ​ວ່າ: "ເຈ້ຍ​ຂາວ​ທີ່​ເຈົ້າ​ຈັບ​ຢູ່​ນີ້​ບໍ່​ແມ່ນ​ເຈ້ຍ​ຂາວ​ຊື່ໆ​ດອກ, ມັນ​ແມ່ນ​​ແຫຼ່ງຄວາມ​ໝັ້ນ​ໃຈ​ຂອງ​ເຈົ້າ."

ຄວາມ​ໝັ້ນ​ໃຈ​ຕົນ​ເອງ​ມີ​ບົດ​ບາດ​ທີ່​ສູງ​ຫຼາຍ​​ໃນດ້ານ​ຈິດຕະ​ສາດ​ຕໍ່​ຄົນ​ເຮົາ, ທຳ​ມະ​ດາ​ແລ້ວ, ສຳ​ລັບ​ຄົນ​ຜູ້​ໜຶ່ງ, ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ຕົນ​ເອງ​ສູງ​ເທົ່າ​ໃດ, ໂອ​ກາດ​ທີ່​ຈະ​ສຳ​ເລັດ​ຜົນ​ກໍ່​ຈະ​ສູງ​ເທົ່າ​ນັ້ນ.

ສະ​ນັ້ນ, ຈະ​ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ຕົນ​ເອງ​ແນວ​ໃດ?


1 2