ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ຕົນ​ເອງ

(GMT+08:00) 2014-01-22 20:56:48     cri


ຢາກ​ສ້າງ​ຄວາມ​ໝັ້ນ​ໃຈ, ກ່ອນ​ອື່ນ, ຕ້ອງ​ຮູ້​ຈັກ​ສາ​ເຫດ​ທີ່​ພາ​ໃຫ້​ຕົນ​ເອງ​ບໍ່​ມີ​ຄວາມ​ໝັ້ນ​ໃຈ​ກ່ອນ, ແລ້ວຍອມ​ຮັບ​ມັນ​ຢ່າງ​ກ້າ​ຫານ, ແລ້ວ​ກໍ່​ກ້າ​ບອກ​ສາ​ເຫດ​ເຫຼົ່າ​ນີ້​ໃຫ້​ພໍ່​ແມ່, ​ໝູ່ເພື່ອນ​ທີ່ສະ​ໜິດ, ຄູ່​ຊີ​ວິດ​ຫຼື​ຄູ່​ຮັກ​ຂອງ​ຕົນ​ຮູ້, ການບອກ​ໃຫ້​ຜູ້​ອື່ນ​ຮູ້​ຈະ​ຊ່ວຍ​ໃຫ້ຕົນ​ເອງ​ມີ​ໃຈ​ກ້າ​ຫານຂຶ້ນ​ຕື່ມ, ທັງ​ໄດ້​ຮັບ​ການ​ຊ່ອຍ​ເຫຼືອ​ຈາກ​ເຂົາ​ເຈົ້າ, ຊ່ວຍ​ຊອກ​ໄດ້​ວິ​ທີ​ແກ້​ໄຂ​ບັນ​ຫາ.

ອີກ​ອັນ​ໜຶ່ງ, ເຖິງວ່າໃນ​ໂລກ​ນີ້​ບໍ່​ມີ​ຜູ້​ໃດ​ເກັ່ງ​ທຸກ​ຢ່າງ, ແຕ່​ໝົດ​ທຸກ​ຄົນ​ກໍ່​ມີ​ຈຸດ​ດີ​ຈຸດ​ເດັ່ນ​ຂອງ​ຕົນ, ຊອກ​ຮູ້​ຈຸດ​ເດັ່ນ​ຂອງ​ຕົນ​​ໃຫ້ຫຼາຍ​ຂຶ້ນ, ແລະ​ສະ​ແດງ​ມັນ​ອອກ​ມາ, ເມື່ອ​ໄດ້​ຮັບ​ຄຳ​ຍ້ອງ​ຍໍ​ຈາກ​ຜູ້​ອື່ນ​ແລ້ວ, ຄວາມ​ເຊື່ອ​ໝັ້ນ​ຕົນ​ເອງ​ກໍ່​ຈະ​ຄ່ອຍໆ​ສູງ​ຂຶ້ນ.

ນອກ​ນັ້ນ, ວິ​ທີ​ສຳ​ຄັນ​ອີກ​ອັນ​ໜຶ່ງ​ກໍ່​ແມ່ນ​ການ​ຮ່ຳ​ຮຽນ. ນອກ​ຈາກ​ຮຽນ​ຈາກ​ປຶ້ມ​ແລ້ວ, ຍັງ​ສາ​ມາດ​ຮຽນ​​ນຳຄົນ​ແລະ​ສິ່ງ​ແວດ​ລ້ອມອ້ອມ​ຕົວ​ຕື່ມ​ອີກ, ປະສົບ​ການ​ແຫ່ງ​ຄວາມ​ສຳ​ເລັດ​ຜົນ​ຫຼື​ເສຍ​ໄຊ, ລ້ວນ​ແຕ່​ສາ​ມາດ​ຖອດ​ຖອນ​ເອົ​າ​ບົດ​ຮຽນ​ທີ່​ລ້ຳ​ຄ່າ​ໄດ້. ຜ່ານ​ຈາກ​ການ​ຊອກ​ຮູ້, ສາ​ມາດ​ສະ​ສົມ​ຄວາມ​ຮູ້​ແລະ​ປັນ​ຍາ​ຫຼາຍ, ວິ​ໄສ​ທັດ​ກໍ່​ຈະ​ກວ້າງກວ່າ​ຜູ້​ອື່ນ, ຄວາມ​ເຊື່ອ​ໝັ້ນ​ຕົວ​ເອງ​ກໍ່​ຈະ​ເພີ່ມ​ຂຶ້ນ.

ຢາກ​ມີ​ຄວາມ​ໝັ້ນໃຈ, ຍັງ​ຕ້ອງ​ກ້າ​ຄິດ​ກ້າ​ທຳ. ພື້ນ​ຖານ​ຂອງ​ຄວາມ​ໝັ້ນໃຈແມ່ນ​ຄວາມ​ສາ​ມາດ, ພື້ນ​ຖານ​​ສຳ​ຄັນແຫ່ງ​ຄວາມ​ສາ​ມາດແມ່ນ​ບົດ​ຮຽນ, ສ່ວນ​ບົດ​ຮຽນ​ແມ່ນ​ມາ​ຈາກ​ການ​ທົດ​ລອງ​ແລະ​ການ​ກະ​ທຳ​ຕົວ​ຈິງ. ບົດ​ຮຽນ​ທີ່​ສຳ​ເລັດ​ຜົນ​ຈະ​ນຳ​ມາ​ຄວາມ​​ໝັ້ນໃຈ​ໂດຍ​ກົງ​ແລະ​ຄວາມມ່ວນ​ຊື່ນ​ໃນ​ໃຈ, ສ່ວນ​ບົດ​ຮຽນ​ທີ່​ຫຼົ້ມ​ແຫຼວ​ກໍ່​ສາ​ມາດ​ຊ່ວຍ​ພວກ​ເຮົາ​ຫຼີກເວັ້ນ​ອຸ​ປະ​ສັກ​ທີ່​ເຄີບ​ພົບ​ພໍ້ໃນ​ເມື່ອ​ກ່ອນນັ້ນ​ບົນ​ເສັ້ນ​ທາງກ້າວ​ໄປ​ສູ່​ອະ​ນາ​ຄົດ. ເວົ້າ​ຈາກ​ຄວາມ​ໝາຍ​ດ້ານ​ນີ້​ແລ້ວ, ການ​ເຮັດ​ຕົວ​ຈິງ​ໃຫ້​ຫຼາຍ, ​ແມ່ນ​ຊ່ອງ​ທາງ​ອັນ​ສຳ​ຄັນ​ເພື່ອ​ຍົກ​ສູງ​ຄວາມ​ໝັ້ນ​ໃຈ.

ນອກ​ຈາກ​ຊ່ອງ​ທາງຕ່າງໆ​ດັ່ງ​ກ່າວ​ແລ້ວ, ​ຍັງ​ມີ​ວິ​ທີ​​ເລັກໆນ້ອຍໆ​ບາງ​ຢ່າງ​ເພື່ອ​ຍົກ​ສູງ​ຄວາມ​ໝັ້ນ​ໃຈ, ຄື: ລອງ​ຝຶກ​ຍິ້ມ​ໃສ່​ໜ້າ​ແວ່ນ, ຍີ້ມ​ໃສ່​ຕົນ​ເອງ, ຢ່າ​ເບື່ອ​ໜ່າຍ​ຫຼື​ຖື​ເບົາ​ຕົນ​ເອງ; ເວ​ລາ​ຍ່າງ ຢ່າ​ກົ້ມ​ໜ້າ, ເຊິ່ງ​ຈະ​ສ້າງ​ບຸກ​ຄະ​ລິກ​ທີ່​ດີ​ໃນ​ສາຍ​ຕາ​ຂອງຜູ້​ອື່ນ​, ຕົນ​ເອງ​ກໍ່​ຈະ​ຮູ້​ສຶກ​ມີ​ຄວາມ​ໝັ້ນ​ໃຈໄປ​ໃນ​ຕົວ; ​ອີກ​ອັນ​ໜຶ່ງ, ໃຫ້​ຮູ້​ຍ້ອງ​ຍໍ​ຜູ້​ອື່ນ​ຫຼາຍ​ແດ່​ ເຊິ່ງ​ຈະ​ເຮັດ​ໃຫ້​ຜູ້​ອື່ນ​ມັກ​ເຮົາ, ​ຄວາມ​ມັກ​ຂອງ​ຜູ້​ອື່ນ​ກໍ່​ເພີ່ມ​ຄວາມ​ໝັ້ນ​ໃຈ​ຂອງ​ເຮົາ​ໄດ້; ການ​ໝັ່ນ​ອອກ​ກຳ​ລັງ​ກາຍ​ກໍ່​ສຳ​ຄັນ​ຄື​ກັນ, ມັນ​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ເຮົາ​ສົດ​ຊື່ນ, ​ມີ​ສຸ​ຂະ​ພາບ​ແຂງ​ແຮງແລະ​ຮູບ​ຊົງ​ທີ່​ດີ​ງາມ​ເທົ່າ​ນັ້ນ, ຍັງ​ສາ​ມາດ​ສ້າງ​ພະ​ລັງ​ແຮງ​ທີ່​ດີຕື່ມ​ອີກ.

ຜູ້​ທີ່​ມີ​ຄວາມ​ເຊື່ອ​ໝັ້ນ​ຕົນ​ເອງ​ຢ່າງ​ແທ້​ຈິງ, ຈະ​ນຳ​ມາຜົນ​ສະ​ທ້ອນ​ດ້ານບວກ​ຕໍ່​ຄົນ​ອ້ອມ​ຂ້າງ, ມີການ​ປະ​ຕິ​ບັດ​ຕົນ​ທີ່​ພໍ​ດີ​ພໍ​ງາມ, ມີ​ຫຼັກ​ໝັ້ນ​ຂອງ​ຕົນ​ເອງ​ທັງ​ບໍ່​ສ້າງ​ຄວາມ​ຮູ້​ສຶກ​ທີ່​ຢູ່​ໃນ​ທ່າ​ໄດ້​ປຽບ​ຕໍ່​ຜູ້​ອື່ນ​ຕະ​ຫຼອດ, ​ສາ​ມາດຮັກ​ສາ​ຄວາມ​ສຳ​ພັນ​ທີ່​ດີ​ກັບ​ຜູ້​ອື່ນ​. ຄວາມ​ໝັ້ນ​ໃຈ​ທີ່​ເໝາະ​ສົມ ​ສາ​ມາດ​ຊ່ອຍ​​ໃຫ້ທ່ານ​ເຂົ້າ​ສັງ​ຄົມ​ດີກວ່າ​ເກົ່າ​ ແລະສ້າງ​ຊີ​ວິດ​ອັນ​ດີ​ງາມ.

ການ​ສ້າງ​ຄວາມ​ໝັ້ນ​ໃຈ​ແມ່ນ​ຫົວ​ຂໍ້​ຕະ​ຫຼອດ​ຊີ​ວິດ, ຫວັງ​ວ່າ​ຂໍ້​ສ​ະ​ເໜີ​ຕ່າງໆ​ທີ່​ແນະ​ນຳ​ມາ​ນັ້ນ​ຈະ​ມີ​ຜົນ​ດີ​ຕໍ່​ທ່ານ​ບໍ່​ຫຼາຍ​ກໍ່​ໜ້ອຍ, ຫວັງ​ວ່າ​, ເມື່ອທ່ານມີ​ຄວາມ​ໝັ້ນ​ໃຈ​ຕໍ່​ຕົວ​ເອງ​ຫຼາຍກວ່າ​ເກົ່າແລ້ວ, ທ່ານ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ​ຫຼາຍກວ່າ​ເກົ່າ​​ເທິງເວ​ທີ​ຊີ​ວິດ​ຂອງ​ຕົນ.


1 2