ເຖິງ​ເຈົ້າ​ບໍ່​ເຂົ້າ​ໃຈ​ຂ້ອຍ, ຂ້ອຍ​ກໍ່​ບໍ່ຄຽດ​ໃຫ້​ເຈົ້າ

(GMT+08:00) 2014-03-26 18:42:33     cri



ຢູ່​ໃນ​ໃຈ​ຂອງ​ທຸກ​ຄົນ, ກໍ່​ມີ​ບ່ອນ​ໜຶ່ງ,
ຕົວ​ເອງ​ບໍ່​ຍອມຍ່າງ​ອອກ​ມາ, ຜູ້​ອື່ນ​ກໍ່​ເຂົ້າ​ໄປ​​ບໍ່​ໄດ້.
​ເຊິ່ງຂ້ອຍ​ໄດ້​ຄວາມ​ລັບ​ທີ່​ເລິກ​ເຊິ່ງກວ່າ​ໝູ່​ຝັງ​ໄວ້​ຢູ່​ນັ້ນ,
​​ເຖິງ​ເຈົ້າ​ບໍ່​ເຂົ້າ​ໃຈ​ຂ້ອຍ, ຂ້ອຍ​ກໍ່​ບໍ່ຄຽດ​​ໃຫ້ເຈົ້າ

ຢູ່​ໃນ​ໃຈ​ຂອງ​ທຸກ​ຄົນ, ກໍ່​ມີ​ຮອຍ​ແປ້ວ​ຮອຍ​ໜຶ່ງ,
​ເຖິງວ່າ​ຜູ້​ອື່ນ​ອາດ​ຈະ​ເບີ່​ງ​ບໍ່​ເຫັນ,
​ແຕ່​ພັດ​ເຈັບ​ທີ່​ສຸດ ​ແລະ​ບໍ່ຫ່ອນຈະ​ມີ​ມື້​ລືມ​ໄດ້,
​​ເຖິງ​ເຈົ້າ​ບໍ່​ເຂົ້າ​ໃຈ​ຂ້ອຍ, ຂ້ອຍ​ກໍ່​ບໍ່ຄຽດ​​ໃຫ້ເຈົ້າ

ທຸກ​ຄົນ ກໍ່​ເຄີຍ​ປະສົບ​ຄວາມ​ຮັກ​ຕອນ​ໜຶ່ງ,
​​ຮັກ​ຄົນໆ​ນັ້ນ​ຢ່າງ​ສຸດ​ອົກ​ສຸດ​ໃຈ, ​​
ສິ່ງ​ທີ່​ເຮົາ​ໄດ້​ຮັບ​ນັ້ນ, ມີ​ທັງຄວາມຫວານ​ຊື່ນ ມີ​ທັງຄວາມ​ເຈັບປວດ​ໃຈ.
ຂ້ອຍ​ໄດ້​ເອົາອາລົມ​ຈິດ​ທີ່​ດຸ​ເດືອດ​ທີ່​ສຸດ​ສະຫຼະ​ໃຫ້​ຄວາມ​ຮັກ​ຕອນ​ນັ້ນ
​​ເຖິງ​ເຈົ້າ​ບໍ່​ເຂົ້າ​ໃຈ​ຂ້ອຍ, ຂ້ອຍ​ກໍ່​ບໍ່ຄຽດ​ໃຫ້​ເຈົ້າ

ທຸກ​ຄົນ​ກໍ່​ເຄີຍ​ມີ​ນໍ້າຕາ​ຢອດ​ໜຶ່ງ ຄ່ອຍໆ​ຊຶມ​ອອກ​ມາ
ນ້ຳ​ຕາທີ່​ອົບ​ອຸ່ນ​ຢອດ​ນັ້ນ
​​ໄດ້​ສະ​ສົມ​ຄວາມ​ອຸກ​ອັ່ງ​ທີ່​ເວົ້າ​ໃຫ້​ຜູ້​ອື່ນ​ຟັງ​ບໍ່​ໄດ້​
​​ເຖິງ​ເຈົ້າ​ບໍ່​ເຂົ້າ​ໃຈ​ຂ້ອຍ, ຂ້ອຍ​ກໍ່​ບໍ່ຄຽດ​ໃຫ້​ເຈົ້າ


1 2