​​ເຈົ້າ​ບໍ່​ຕ້ອງ​ຢືນຢັນ

(GMT+08:00) 2014-08-18 11:05:09     cri

ໃນ​ຊີວິດ, ​ພວກ​ເຮົາ​ຈະ​ໄດ້​ເຫັນບາງ​ຄົນ​ ຈຸດປະສົງ​ໃນ​ການດຳລົງ​ຊີວິດບໍ່​ແມ່ນ​ເຮັດ​ເພື່ອ​ຕົວ​ເອງ, ພັດ​ແມ່ນ​ເພື່ອ​ຢືນຢັນ​ໃຫ້​ຜູ້​ອື່ນ​ຮູ້ວ່າ ຕົວ​ເອງ​ດີ ຕົວ​ເອງ​ງາມ ຕົວ​ເອງ​ມີ​ຄວາມ​ສາມາດ. ​ແຕ່​ວ່າ, ຄວາມ​ດີ​ຄວາມ​ງາມ​ຄວາມ​ສາມາດ​ລ້ວນ​ແຕ່​ບໍ່ຈຳ​ເປັນ​ຕ້ອງ​ຢືນຢັນ, ວິ​ໄລ​ວັນ​ເຄີຍ​ໄດ້​ຄຳ​ປຽບທຽບຄວາມໜຶ່ງ ທີ່​ວ່າ: ບໍ່​ມີ​ຕົ້ນ​ໄມ້​ຕົ້ນ​ໃດ​ຕ້ອງການ​ຢືນຢັນ​ວ່າ ມັນ​ເປັນ​ຕົ້ນ​ໄມ້, ​ເຈົ້າ​ເປັນ​ຄົນ​ແນວ​​ໃດ ກໍ່​ບໍ່​ຕ້ອງ​ຢືນຢັນ.

ທ່ານ​ອາດ​ຈະ​ຢາກ​ຢືນຢັນ​ວ່າ ຕົວ​ເອງ​ສະຫຼາດກວ່າ​ຜູ້​ອື່ນ, ອາດ​ຈະ​ຢາກ​ຢືນຢັນ​ວ່າ ຕົວ​ເອງ​ມີ​ຄວາມ​ສາມາດຫຼາຍກວ່າ​ຜູ້​ອື່ນ, ​​ແຕ່​ການ​ຢືນຢັນນັ້ນ​ແຫຼະ ທີ່ເປັນເລື່ອງທີ່ບໍ່ສະຫຼາດ

ຈົນກາຍເປັນເລື່ອງບໍ່ເປັນໂຊກຂອງບາງຄົນ​ກໍ່​ອາດ​ຈະ​ເປັນ​ໄປ​ໄດ້. ​ເຊັ່ນ​ວ່າ: ​ເມື່ອຜູ້ຍິງ​ທີ່​ສວຍ​ງາມຄົນ​ໃດ​ຄົນ​ໜຶ່ງທຳ​ຄວາມ​ພະຍາຍາມ​ສຸດ​ຂີດ​ເພື່ອ​ຢືນຢັນ​ຄວາມ​ງາມ​ຂອງ​ຕົນ, ສິ່ງ​ທີ່​ຜູ້​ອື່ນ​ໄດ້​ເຫັນ​ພັດ​ແມ່ນ​ຄວາມ​ຂີ້ຮ້າຍ, ​ເມື່ອ​ຄົນ​ຜູ້​ໜຶ່ງ​ພະຍາຍາມ​ເຮັດ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ເພື່ອ​ຢືນຢັນ​ຄວາມ​ສະຫຼາດຂອງ​ຕົນ, ສິ່ງ​ທີ່​ຜູ້​ອື່ນ​ໄດ້​ເຫັນ​ພັດ​ແມ່ນ​ຄວາມ​ໂງ່. ​ເມື່ອ​ຄົນຜູ້ໜຶ່ງ​ຢາກ​ຢືນຢັນ​ຕົວ​ເອງ, ພັດ​ຈະ​ພາ​ໃຫ້​ຕົວ​ເອງຫຼົງ, ​ເສຍ​ຄວາມ​ໝັ້ນ​ໃຈ, ​ແລະ​ເສຍການ​ຕີ​ລາຄາ​ຢ່າງ​ເໝາະ​ສົມ​ຕໍ່​ຕົວ​ເອງ.


1 2