​​ເຈົ້າ​ບໍ່​ຕ້ອງ​ຢືນຢັນ

(GMT+08:00) 2014-08-18 11:05:09     cri


ມີຫຼາຍຄົນ ​ເສຍ​ຄວາມ​ພະຍາຍາມຫຼາຍ ​ໃນ​ການ​ຢືນຢັນ​ໃຫ້​ຜູ້​ອື່ນ​ຮູ້​ວ່າ ຕົວ​ເອງ​ເປັນ​ຄົນ​ທີ່​ສະຫຼາດ ​ເປັນ​ຄົນ​ທີ່​ງາມ ຫຼືວ່າ ​ເປັນ​ຄົນ​ທີ່​ມີ​ຄວາມ​ສາມາດ, ​ແຕ່​ພັດ​ບໍ່​ຮູ້ຄົ້ນ​ຫາແລະຮັບ​ເອົາ​ຄວາມ​ສະຫຼາດ, ຄວາມ​ມີສະ​ເໜ່, ຄວາມ​ງາມ​ທີ່​ມີ​ມາ​ແຕ່​ເກີດ​ຂອງ​ຕົນ.

ມີ​ແຕ່​ໃນ​​ເວລາ​ທີ່​​ເຈົ້າ​ບໍ່​ຕ້ອງ​ຢືນຢັນ, ເຈົ້າ​ຈຶ່ງ​ສາມາດ​ເປັ່ງ​ແສງອອກ​ມາ, ​ເຈົ້າ​ຈຶ່ງ​ສາມາດ​ສະ​ແດງ​ຕົວ​ເອງອອກ​ມາ​ຢ່າງ​ຈິງ​​ໃຈ​ແລະທຳ​ມະ​ຊາດ, ຈຶ່ງ​ຈະ​ມີ​ໂອກາດ​ໄດ້​ເຫັນ​ ສະຕິ​ປັນຍາ​ແລະ​ຊັບ​ສົມບັດ​ຢູ່​ໃນ​ໃຈ​ຂອງ​ຕົນ ມັນ​​ຈະ​ໄຫຼອອກ​ມາ​ເໝືອນ​ດັ່ງ​ບໍ່​ນ້ຳ​ທີ່​ບໍ່​ຂາດ​ສາຍ. ​ແລ້ວ ຄວາມ​ໝັ້ນ​ໃຈ​ຈຶ່ງ​ຈະ​ສະ​ແດງ​ອອກ​ມາ​ໃນ​ທຸກ​ສາຍຕາ​ແລະ​ກິລິຍາ​ຂອງ​ທ່ານ. ຮອດ​ຍາມ​ທີ່​​ເຈົ້າ​ບໍ່​ຢືນຢັນ​ຕໍ່​ຜູ້​ອື່ນ​ອີກ, ​ຜູ້​ອື່ນ​ຈຶ່ງ​ຈະ​ຮັບ​ເອົາ​ເຈົ້າ​ແລະ​ມັກ​ເຈົ້າ ​ຍ້ອນວ່າ​ເຈົ້າ​ເປັນ​ເຈົ້າ​ຊື່ໆນັ້ນ​ແຫຼະ.

​​ແຕ່​ວ່າ, ​ເລື່ອງ​ນີ້​ຍາກຫຼາຍ, ບາງ​ຄົນ​ ​ໃຊ້​ໝົດ​ຊີວິດ ​ເພື່ອ​ຢືນຢັນ​ຕົວ​​ເອງ​ຕໍ່​ຜູ້​ອື່ນ, ​ເພື່ອ​ເອົາ​ໃຈ​ຜູ້​ອື່ນ​ ​ແຕ່​ຕົວ​ເອງ​ພັດ​ບໍ່​ຮູ້ສຶກ​ຕົວ, ສິ່ງ​ທີ່​ເພິ່ນ​ຢາກ​ໄດ້​ນັ້ນ ພັດ​ແມ່ນການ​ຕີ​ລາຄາ​ຂອງ​ຜູ້​ອື່ນ, ​ບໍ່​ເຄີຍ​ດຳລົງ​ຊີວິດ​ແບບ​ເປັນ​ຕົວ​ເອງ, ຈັ່ງ​ແມ່ນ​ເສຍດາຍຫຼາຍ.

1 2