​​​ຢູ່​ນຳ​ກັນ​ກັບ​ຄົນ​ແບບ​ໃດ ​ມັນ​ສຳຄັນຫຼາຍ

(GMT+08:00) 2014-09-09 10:52:39     cri


​ໃນ​ຊີວິດ, ​ເຈົ້າ​ຢູ່​ນຳ​ກັນ​ກັບ​ຜູ້​ໃດ ມັນ​ສຳຄັນຫຼາຍ, ມັນຈະປ່ຽນ​ແປງ​ເສັ້ນທາງ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ເຈົ້າ, ຫຼື​ຕັດ​ສິນ​ວ່າ​ເຈົ້າ​ສາມາດ​ໄດ້​ຮັບ​ຜົນສຳ​ເລັດ​ຫຼືບໍ່.

ຢູ່​ນຳ​ກັນ​ກັບ​ຄົນ​ແບບ​​ໃດ, ​ເຈົ້າ​ກໍ່​ຈະ​ມີ​ຊີວິດ​ແບບ​ນັ້ນ. ຢູ່​ນຳ​ກັນ​ກັບ​ຄົນ​ດຸ​ໝັ່ນ, ​ເຈົ້າ​ກໍ່​ບໍ່ຫ່ອນ​ຈະ​ຂີ້ຄ້ານ, ຢູ່​ນຳ​ກັນ​ກັບຄົນທີ່ມັກເຫັນໄປໃນແງ່ດີ, ເຈົ້າກໍ່ບໍ່ຫ່ອນຈະໂສກເສົ້າຢູ່ສະເໝີ. ຢູ່ນຳກັນກັບຄົນສະຫຼາດ, ເຈົ້າບໍ່ຫ່ອນຈະເປັນຄົນທຳມະດາ, ຢູ່ນຳກັນກັບຜູ້ເຫັນກວ້າງມອງໄກ, ເຈົ້າກໍ່ບໍ່ຫ່ອນ​ຈະ​ສາຍຕາ​ສັ້ນ.

ນັກວິທະຍາສາດເຫັນວ່າ: ມວນມະນຸດຈະຖືກສະພາບແວດລ້ອມກະທົບ. ການ​ກະທົບ​ທີ່​ຕັ້ງໜ້າ, ຈະ​​ເຮັດ​ໃຫ້​ເຮົາ​ເຕັມ​ໄປ​ດ້ວຍພະລັງ, ມີ​ທ່າ​ທີ​ຕັ້ງໜ້າ, ​ເພີ່ມ​ຄວາມ​ສາມາດ​ໃຫ້​ເຮົາ. ຖ້າ​ເຮົາ​ໃກ້​ກັບຄົນ​ທີ່​ມັກ​ເຫັນ​ໄປ​ໃນ​ແງ່​ຮ້າຍ, ​​ເຂົາ​ເຈົ້າ​ຈະ​ເຮັດ​ໃຫ້​ຄວາມ​ຝັນ​ເຮົາ​ຄ່ອຍໆ​ຫາ​ຍ​ໄປ, ​ເສຍ​ພະລັງ​ແລະ​ທ່າ​ທີ​ຕັ້ງໜ້າ​​ໂດຍ​ບໍ່​ຮູ້ສຶກ​ຕົວ.

​ເຮົາ​ຄວນ​ເລືອກ​ຢູ່​ນຳ​ກັນ​ກັບ​ຄົນ​ທີ່​ມັກ​​ເຫັນ​ໄປ​ໃນ​ແງ່​ດີຫຼາຍກວ່າ, ​ເພາະວ່າ, ຄົນ​ທີ່​ມັກ​ເຫັນ​ໄປ​ໃນ​ແງ່​ດີ ​ເໝືອນ​ດັ່ງດວງຕາ​ເວັນ, ​ລາວ​ໄປ​ໃສ ກໍ່​ຈະ​ນຳ​ເອົາ​ແສງສະຫວ່າງ​ໄປບ່ອນ​ນັ້ນ, ສ່ວນ​ຄົນ​ທີ່​ມັກ​ເຫັນ​ໄປ​ໃນ​ແງ່​ຮ້າຍ ​ເໝືອນ​ດັ່ງ​ດວງ​ເດືອນ, ທຸກ​ມື້​ແມ່ນ​ບໍ່​ຄື​ກັນ, ປ່ຽນ​ແປງ​ໄວ​ປານ​ອາກາດ, ຄາດ​ຄະ​​ເນ​ບໍ່​ໄດ້.

ມີ​ຄົນ​ເວົ້າ​ວ່າ: ດຳລົງ​ຊີວິດ​ໃນ​ໂລກ​ນີ້​, ມີ​ເລື່ອງ​ໂຊກ​ດີ 3 ຢ່າງ, ຄື​: ໜຶ່ງ, ​ໃນ​ເວລາ​ຮຽນ​ຢູ່​ໂຮງຮຽນ, ​ສາມາດພົບ​ອາຈານ​ທີ່​ດີ, ສອງ, ​ໃນ​ເວລາ​ເຮັດ​ວຽກ, ​ສາມາດພົບຫົວໜ້າ​ທີ່​ດີ, ສາມ, ​ໃນ​ເວລາ​ສ້າງ​ຄອບຄົວ, ສາມາດ​ພົບຄົນ​ຮັກ​ທີ່​ດີ. ບາງທີ, ຮອຍ​ຍີ້ມ​ຂອງ​ເຂົາ​ເຈົ້າ, ຄຳ​ຢື້​ຢາມ​ຖາມ​ຂ່າວ​ຄຳ​ໜຶ່ງທີ່​ອົບ​ອຸ່ນ​ຂອງ​ເຂົາ​ເຈົ້າ, ກໍ່​ອາດ​ຈະ​ນຳ​ເອົາ​ກຳ​ລັງ​ແຮງ​ໃຈ​ໃຫ້​ເຮົາ, ພາ​ໃຫ້​ຊີວິດ​ເຮົາ​ເກີດ​ມີ​ຄວາມ​​ແຕກຕ່າງ, ປ່ຽນ​ແປງ​ສະພາບ​ການ​ທີ່​ບໍ່​ດີ​ໄດ້.

ສ່ວນ​​ເລື່ອງ​ບໍ່​ເປັນ​ໂຊກ​ກໍ່​ແມ່ນ: ຢູ່​ຄຽງ​ຂ້າງ​ເຮົາ, ຂາດ​ຄົນ​ທີ່​ບໍ່​ຕັ້ງໜ້າ, ບໍ່​ດຸ​ໝັ່ນ, ຂາດ​ຄົນ​ທີ່​ມີ​ສາຍຕາ​ເຫັນ​ກວ້າງ​ມອງ​ໄກ, ​ເຮັດ​ໃຫ້​ຊີວິດ​ເຮົາ​ຈືດຈາງຫຼາຍ, ບໍ່​ມີ​ສີສັນ.

​ຈີນ​ມີ​ສຸພາສິດ​ຄຳ​ໜຶ່ງ​ທີ່​ເວົ້າ​ວ່າ: 近朱者赤,近墨者黑,​​ແປ​ວ່າ​ໃກ້​ກັນ​ກັບ​ສີ​ແດງ, ຕົວ​ເອງ​ກໍ່​ຖືກ​ຍ້ອມ​ເປັນ​ສີ​ແດງ, ​ໃກ້​ກັນ​ກັບ​ສີດຳ, ຕົວ​ເອງ​ກໍ່​ຈະ​ຄ່ອຍໆ​ກາຍ​ເປັນ​ສີດຳ, ສະ​ນັ້ນ, ​ເລືອກ​ຢູ່​ໃກ້​ກັນ​ກັບ​ຄົນ​ແບບ​ໃດ, ​​ເປັນ​ເລື່ອງ​ທີ່​ສຳຄັນຫຼາຍ.


1 2