ງານ​ໂອ​ລິມ​ປິກ​ລອນ​ດອນ​ທີ່​ຟົດ​ຟື້ນ​ມ່ວນ​ຊື່ນ​ແລະ​ສົມ​ກຽດ​ອັດ​ລົງ

(GMT+08:00) 2012-08-13 16:32:18     cri

ງານ​ກິລາ​ໂອ​ລິ​ມປິກ​ລະດູ​ຮ້ອນ​ຄັ້ງ​ທີ30​ທີ່ດຳ​ເນີນມາ​ເປັນ​ເວລາ17​ວັນ​ຢູ່​ລອນ​ດອນ​ຂອງ​ອັງກິດ​ໄດ້​ອັດ​ລົງ​ແລ້ວ​ໃນ​ວັນ​ທີ12​ສິງຫາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ.​ໃນ​ພິທີ​ອັດ​ງານ,ຜູ່​ຈັດ​ງານ​ໄດ້​ຈັດ​ໃຫ້​ມີ​ການສະ​ແດງ​ສິນລະປະ​ວັນນະຄະດີ​ພາຍ​ໃຕ້​ຫົວ​ຂໍ້"ດົນຕີ​ອັງກິດ​ທີ່​ນິຍົມ​ທີ່​ສຸດ​ໃນ​ຮອບ40​ປີ​ຜ່ານ​ມາ"​ໃຫ້​ແກ່​ຜູ່​ຊົມ​ທົ່ວ​ໂລກ.​ໃນ​ນັ້ນ,​ເພງImagine ທີ່​ມີ​ເນື້ອ​ໃນ​ກ່ຽວ​ກັບ​ການ​ສົ່ງ​ເສີມ​ສັນຕິພາບ​ໂລກຊຶ່ງ​ເປັນ​ເພງ​ທີ່​ມີ​ຊື່​ສຽງ​ຂອງ​ວົງ The Beatles ອອກ​ໃນ​ປີ1971,​ເພງ​wanna be ​ແລະ​ເພງ spice up your life ​ເພງ​ທີ່​ສ້າງ​ຊື່​ສຽງ​ໃຫ້​ແກ່​ວົງSpice Girlsວົງ​ນັກ​ຮ້ອງ​ຍິງ​ທີ່​ມີ​ຜົນສຳ​ເ​ລັດ​ສູງ​ສຸດ​ໃນ​ປະຫວັດສາດ​ພ້ອມ​ດ້ວຍ​ເພງwe'll rock you ​ເພງ​ອະມະຕະ​ຂອງ​ວົງ​queen​ແລະ​ເພງ​ອື່ນໆ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ຜູ່​ຊົມ​ທົ່ວ​ສະໜາມ​ຕະຫຼອດ​ທັງຜູ່​ຊົມ​ທົ່ວ​ໂລກ.

ວົງSpice Girlsສະແດງໃນພິທີອັດງານ

1 2