ງານ​ໂອ​ລິມ​ປິກ​ລອນ​ດອນ​ທີ່​ຟົດ​ຟື້ນ​ມ່ວນ​ຊື່ນ​ແລະ​ສົມ​ກຽດ​ອັດ​ລົງ

(GMT+08:00) 2012-08-13 16:32:18     cri

ການສະແດງ8ນາທີຂອງຣີໂອເດີຈານີໂຣ

ນັກ​ສະ​ແດງ​ເບຼຊີ​ນ ​ເຈົ້າພາບ​ງານ​ໂອ​ລິ​ມປິກ​ຄັ້ງໜ້າ​ໄດ້​ໃຊ້​ເວລາ8​ນາທີ​ເພື່ອ​ສະ​ແດງກ່ຽວ​ກັບ​ເມືອງ​ເຈົ້າພາບຣີໂອ​ເດີ​ຈານີໂຣ ທີ່​ເຕັມ​ໄປ​ດ້ວຍ​ສີສັນການ​​ເຕັ້ນ​ລຳ​​ແຊມ​ບາ​,​ໃນ​ນັ້ນ,ການປະກົດ​ຕົວ​ຂອງ​ທ່ານ​ເປ​ເລ ຣາ​ຊາບານ​ເຕະ​ກໍ່​ແມ່ນ​ຈຸດ​ເດັ່ນ​ໜຶ່ງຂອງ​ງານ.

ນັບ​ແຕ່​ດຳລົງ​ຕຳ​ແໜ່​ງ​ປະທານ​ຄະນະ​ກຳມະການ​​ໂອ​ລິ​ມປິກສາກົນ​ເປັນ​ຕົ້ນ​ມາ,ທ່ານ​ຊາກ ຣອກ​ເກີ ​ໄດ້​ຕັ້ງ​ໃຈເລືອກ​ຄຳ​ສັບ​ໜຶ່ງກ່າວສະ​ຫຼຸດໃນ​ພິທີ​ອັດ​ງານ​​ໂອ​ລິ​ມປິກ​ດັ່ງທຸກ​ຄັ້ງທີ່​ຜ່ານ​ມາ,ທ່ານ​ຣອກ​ເກີ​ແມ່ນ​ຕີ​ລາຄາ​ງານ​ໂອ​ລິ​ມປິກ​ລອນ​ດອນ​ຄື​ແນວ​ນີ້.

"​ໃນ​ເວລາ17ວັນຜ່ານ​ມາ​ທີ່​ລືມ​ຍາກ​,ພາຍ​ໃຕ້​ການ​ສະໜັບສະໜູນ​ຂອງ​ລັດຖະບານ​ອັງກິດ,ຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ໂອ​ລິ​ມປິກ​ລອນ​ດອນ​ໄດ້​ສຳ​ເລັດ​ໜ້າ​ທີ່​ວຽກ​ງານ​ດ້ວຍ​ຜົນສຳ​ເລັດ​ທີ່​ດີ​.ຜູ່​ຊົມ​ໃນ​ສະ​ໜາມ​ແຂ່ງ​ຂັນ​ແລະ​ປະຊາ​ຊົນ​ອັງກິດ​ກາຍ​ເປັນ​ດົນຕີ​ລອດ​ພື້ນ​ທີ່​ມ່ວນ​ທີ່​ສຸດ​ໃນ​ສະ​ໜາມ​ແຂ່ງ​ຂັນ,​ສຽງ​ຮ້ອງ​ໂຮ​ຊົມ​ເຊີຍ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫ້າວ​ຫັນ​ມີ​ຊີ​ວິດ​ຊີວາ​ຂອງ​ພວກ​ທ່ານ​ໄດ້​ກາຍ​ເປັນກຳລັງ​ແຮງ​ໃຈ​ສົ່ງ​ໄປໃຫ້​ແກ່​ນັກ​ກິລາ,​ໄດ້​ສ້າງ​ບັນ​ຍາ​ກາດ​ທີ່​ມ່ວນ​ຊື່ນ​ຄຶກຄື້ນ​ໃນ​ສະໜາມກິລາ​ແຕ່ລະ​ແຫ່ງ.ນີ້​ແມ່ນ​ງານ​ໂອ​ລິ​ມ​ປິກ​ທີ່​ມ່ວນ​ຊື່ນ​ຄຶກ​ຄື້ນ​ແລະ​ສົມ​ກຽດ​ຄັ້ງ​ໜຶ່ງ."

ຄຽງ​ຄູ່​ກັບ​ໄຟ​ສັກສິດ​ຂອງ​ງານ​ໂອ​ລິ​ມປິກ​ຄັ້ງ​ນີ້​ຄ່ອຍໆ​ມອດ​ລົງ,ພວກ​ເຮົາ​ຈົ່ງ​ກ່າວ​ຄຳ​ວ່າ"ລາ​ກ່ອນ,​ລອນ​ດອນ,​ພົບ​ກັນ​ໄດ້​ໃໝ່​ຢູ່​ຣິ​ໂອ​ເດີ​ຈາ​ນີ​ໂຣ​ຫຼັງ​ຈາກ​ນີ້​4​ປີ"


1 2