ຈີນ​​ແລະ​ກຳ​ປູ​ເຈຍ​ອຳ​ລາ​ກັບ​ສົມ​ເດັດ​ພະ​ໂນ​ໂຣ​ດົມ ສີ​ຫາ​ນຸ,​ອະ​ດີດ​ກະ​ສັດ​ກຳ​ປູ​ເຈຍ​ດ້ວຍ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ

(GMT+08:00) 2012-10-18 14:45:34     cri

ຕາມ​ຂ່າວCRI:ວັນ​ທີ17​ຕຸລາ​ນີ້,​ໂລງ​ສົບ​ຄຳທີ່​ບັນຈຸ​ພະ​ສົບ​ຂອງ​ສົມ​ເດັດ​ພະ​ໂນ​ໂຣດົມ ສີ​ຫາ​ນຸ,ອະດີດ​ກະ​ສັດ​ກຳປູ​ເຈຍ​ໄດ້​ເຄື່ອນ​ຍ້າຍ​ອອກ​ຈາກ​ປັກ​ກິ່ງ​ດ້ວຍ​ຍົນ​ພິ​ເສດ​ກັບ​ຄືນ​ເຖິງ​ປະ​ເທດ ກຳປູ​ເຈຍ.ຜູ່​ນຳ​ຂອງ​ພັກ​ແລະ​ລັດ​ຈີນ​ໄດ້​ໄປຍັງ​ໂຮງໝໍ​ປັກ​ກິ່ງ​ເພື່ອ​ໄວ້ອາ​ໄລ​ເປັນ​ຄັ້ງ ສຸດ​ທ້າຍ,​ແລະ​ທ່ານ​ຕ້າຍ​ປິງກົວ,ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ເປັນຜູ້​ໃຫ້​ການ​ອາ​ລັກ​ຂາ​ການ​ຂົນ​ສົ່ງ​ໂລງ​ສົບ​ຄຳ​ເປັນກໍລະ​ນີ​ພິ​ເສດ.​ໃນ​ມື້​ດຽວ​ກັນ, ປະຕູ​ຊິນ​ຮວາ,ຫໍ​ສະພາ​ປະຊາຊົນ​,​ສະ​ໜາມ​ຫຼວງ​ທຽນ​ອ່ານ​ເມິ​ນ​ແລະ​ຕຶກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໄດ້​ລົດ​ທຸງ ຊາດ​ລົງ​ເຄິ່ງ​ເສົາ​ເພື່ອ​ສະ​ແດງ​ຄວາມ​ໄວ້ອາ​ໄລ​ເຖິງ​ດວງ​ວິນ​ຍານ​ຂອງ​ສົມ​ເດັດ​ພະ​ໂນ​ໂຣ ດົມ​ສີ​ຫາ​ນຸທີ່​ສະ​ເດັດ​ສະຫວັນ​ນະ​ຄົດ, ຊຶ່ງ​ເປັນການ​ປະຕິບັດ​ທາງ​ການ​ທູດ​ໃນ​ລະ​ດັບ​ສູງ​ສຸດ​ຢູ່​ຈີນ.

ຕອນ​ເຊົ້າວັນ​ທີ17​ຕຸລາ​ນີ້,ທ່ານ​ຫູ​ຈິນທ່າວ,ປະທານ​ປະ​ເທດ​ຈີນ,​ແລະ​ທ່ານ​ເວີ່ນ​ເຈ່ຍ​ປາວ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເດີນ​ທາງ​ໄປ​ຍັງ​ໂຮງ​ໝໍ​ປັກ​ກິ່ງ​ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ໄວ້​ອາ​ໄລ​ສົມ ​ເດັດ​ພະ​ໂນ​ໂຣດົມ ສີ​ຫາ​ນຸ,ອະດີດ​ກະສັດ​ກຳປູ​ເຈຍ​ເປັນ​ຄັ້ງ​ສຸດ​ທ້າຍ.

ພາຍຫຼັງພິທີ​ໄວ້ອາ​ໄລ​ສິ້ນສຸດ​ລົງ​ແລ້ວ,ທ່ານ​ໄຕ້​ປິງກົວ, ​ປຶກສາ​ແຫ່ງ​ລັດ​ຈີນ​ທີ່​ເປັນ​ຜູ້​ໃຫ້​ການ​ອາ​ລັກ​ຂາ​ເປັນ​ກໍລະນີ​ພິ​ເສດ​ໃນ​ການ​ເຄື່ອນ​ຍ້າຍ​ພະ​ສົບ​ຂອງ​ພະ​ໂນ​ໂຣດົມ ສີ​ຫາ​ນຸ,​ອະ​ດີດ​ກະ​ສັດ​ກຳປູ​ເຈຍພ້ອມ​ດ້ວຍ​ພະຣາຊີ​ນີ ​ໂນ​ໂຣ​ດົມ​ໂມ​ນີ​ນຽດ ສີ​ຫາ​ນຸ,ສົມ​ເດັດ​ພະ​ໂນ​ໂຣ​ດົມ​ ສີ​ຫາ​ໂມ​ນີ,​ກະສັດ​ກຳປູ​ເຈຍ​ແລະ​ສົມ​ເດັດ​ຮຸນ​ແຊນ,ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ໄປ​ຍັງ​ສະ​ໜາມ​ບິນ​ນະຄອນຫຼວງປັກ​ກິ່ງ,​ເພື່ອ​ກັບ​ຄືນ​ສູ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ຂອງ​ກຳປູ​ເຈຍ​ດ້ວຍ​ຍົນ​ພິ​ເສດ​ຂອງ​ບໍລິສັດ​ການບິນ​ພົນລະ​ເຮືອນ​ຈີນ.

ເມື່ອ​ຍົນ​ພິ​ເສດ​ບິນ​ຂຶ້ນສູ່​ທ້ອງ​ຟ້າແລ້ວ,​ທ່ານ​ໄຕ້​ປິງ​ກົວ​ໄດ້​ເຂົ້າ​ເຝົ້າ​ຢື້​ຢາມ​ຖາມ​ຂ່າວ​ສົມ​ເດັດ​ໂນ​ໂຣດົມ​ໂມ​ນີນຽດ ສີ​ຫາ​ນຸ,ອະດີດ​ພະ​ລາ​ຊີ​ນີ​ກຳ​ປູ​ເຈຍ,​ສົມ​ເດັດ​ໂນ​ໂຣດົມ ສີ​ຫາ​ໂມ​ນີ,​ເຈົ້າ​ຊີວິດ​ກຳປູ​ເຈຍ,​ແລະ​ທ່ານ​ຮຸນ​ແຊນ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ.​ໃນ​ການ​ໂອ້​ລົມ,ທ່ານ​ໄຕ້​ປິງ​ກົວ​ຕີ​ລາ​ຄາ​ສົມ​ເດັດ​ພະ​ໂນ​ໂຣ​ດົມ ສີ​ຫາ​ນຸທີ່​ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຊຸກຍູ້​ການ​ຂະຫຍາ​ຍ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ຈີນ​ກັບ​ກຳປູ​ເຈຍ​ເປັນ​ເວລາ​ດົນ​ນານ​ນັ້ນດ້ວຍ​ຄຳ​ສັບ​ທີ່​ວ່າ "ການ​ປະກອບສ່ວນ​ທີ່​ບັນທຶກ​ໃນ​ປະຫວັດສາດ​ແລະ​ບໍ່​ອາດ​ຈະ​ລືມ​ໄດ້."

ທ່ານ​ໄຕ້​ປິງກົວ​ກ່າວ​ວ່າ: "ສົມ​ເດັດ​ພະ​ໂນ​ໂຣດົມ ສີ​ຫາ​ນຸມີ​ທີ່​ນັ່ງ​ພິ​ເສດ​ໃນ​ດວງ​ໃຈ​ປະ​ຊາ​ຊົນ​ຈີນ,ການ​ພົວ​ພັນ​ຈີນ​ກຳປູ​ເຈຍ​ມີ​ທີ່​ນັ່ງ​ພິ​ເສດ​ໃນ​ການ​ພົວພັນ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ.​ເຖິງ​ວ່າ​ພະ​ອົງ​ໄດ້​ສະຫວັນ​ນະ​ຄົດ​ໄປ​ແລ້ວກໍ​ຕາມ,​ແຕ່​ພາລະກິດ​ໄມຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ກັບ​ກຳປູ​ເຈຍ​ທີ່​ພະ​ອົງ​ເປັນ​ຜູ່​ລິ​ເລີ່​ມ​ນັ້ນ,​ຍ່ອມ​ຈະ​ໄດ້​ຮັບ​ການ​ສືບ​ທອດ​ແລະ​ຂະ​ຫຍາຍ​ຕົວ​ຕໍ່​ໄປ.ມິດຕະພາບ​ຈີນ​ກຳປູ​ເຈຍຍ່ອມ​ຈະ​ໝັ້ນຄົງຍາວ​ນານ."

ສົມ​ເດັດ​ໂນ​ໂຣດົມ ​ໂມ​ນີນຽດ ສີ​ຫາ​ນຸ,ອະດີດ​ພະ​ລາ​ຊີ​ນີກຳປູ​ເຈຍ​ສະ​ແດງ​ຄວາມ​ຂອບ ອົກ​ຂອບ​ໃຈ​ຕໍ່​ການດຳ​ເນີນ​ວຽກ​ງານ​ຢ່າງ​ລະອຽດ​ຮອບ​ຄອບ​ຂອງ​ຝ່າຍ​ຈີນ​ໂດຍ​ຊົງ​ກ່າວ​ວ່າ: "ຫຼາຍ​ມື້​ມາ​ນີ້,ຂ້າພະ​ເຈົ້າ​,ກະສັດ​ແລະ​ທ່ານ​ນາຍົກ​ຮຸນ​ແຊນ​ໄດ້​ເຫັນ​ການດຳ​ເນີນ​ວຽກ​ງານ​ຢ່າງ​ລະອຽດ​ຮອບ​ຄອບ​ຂອງ​ຝ່າຍ​ຈີນດ້ວຍ​ຕາ​ຂອງ​ຕົນ​ເອງ,​ແລະ​ຮູ້ສຶກ​ສະ​ເທືອ​ນ​ໃຈ​ທີ່​ສຸດ.​ເຖິງ​ວ່າ​ສົມ​ເດັດ​ພະ ໂນ​ໂຣດົມ ສີ​ຫາ​ນຸ​ໄດ້​ສະຫວັນ​ນະ​ຄົດ​ໄປ​ແລ້ວ​ກໍ​ຕາມ,​ແຕ່​ການ​ພົວ​ພັນ​ລະຫວ່າງ​ຈີນ​ກັບ​ພວກ​ຂ້າພະ​ເຈົ້າຈະບໍ່​ມີ​ການ​ປ່ຽນ​ແປງ​ໄປ​ຕະ​ຫຼອດ​ເທົ່າ​ໃດໆ."

1 2