ຈີນ​​ແລະ​ກຳ​ປູ​ເຈຍ​ອຳ​ລາ​ກັບ​ສົມ​ເດັດ​ພະ​ໂນ​ໂຣ​ດົມ ສີ​ຫາ​ນຸ,​ອະ​ດີດ​ກະ​ສັດ​ກຳ​ປູ​ເຈຍ​ດ້ວຍ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ

(GMT+08:00) 2012-10-18 14:45:34     cri


ສົມ​ເດັດພະ​​ໂນ​ໂຣດົມ​ສີ​ຫາ​ໂມ​ນີ ​ເຈົ້າ​ຊີວິດ​ກຳປູ​ເຈຍ,ສົມ​ເດັດ​ຮຸນ​ແ​ຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ກໍ່​ໄດ້​ສະ​ແດງ​ຄວາມຂອບ​ອົກ​ຂອບ​ໃຈຢ່າງ​ຈິງ​ໃຈ​ຕໍ່​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ໂດຍ​ກ່າວ​ເນັ້ນ​ວ່າ​ຈີນ​ແມ່ນ​ເພື່ອນ​ມິດ​ທີ່​ຈິງ​ໃຈ​ຂອງ​ກຳປູ​ເຈຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.ກຳປູ​ເຈຍ​ຍິນ​ດີ​ຮ່ວມ​ກັບ​ຈີນ​ສືບ​ທອດ​ແລະ​ເຊີດ​ຊູ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ກຳປູ​ເຈຍ​ກັບ​ຈີນຕະຫຼອດ​ໄປ.

ເວລາ14​ໂມງ50​ນາທີ​ຂອງ​ວັນ​ທີ17ຕຸລາ​ນີ້,ຍົນ​ພິ​ເສດ​ໄດ້​ນຳ​ເອົາໂລງ​ສົບ​ຄຳທີ່​ບັນຈຸ​ພະ​ສົບ​ຂອງ​ສົມ​ເດັດ​ພະ​ໂນ​ໂຣດົມ​ສີ​ຫາ​ນຸ ອະດີດ​ກະສັດ​ກຳປູ​ເຈຍ​ໄດ້​ລົງ​ຈອດ​ຢູ່​ສະ​ໜາມ​ບິນ​ສາ​ກົນ​ພະ​ນົມ​ເປັນ.ມື້​ດຽວ​ກັນ,ຊາວ​ເມືອງ​ນະຄອນຫຼວງ​ພະນົມ​ເປັນ​ເກືອບ​ທຸກ​ຄົນ​ແລະ​ປະຊາຊົນ​ຈຳນວນ​ຫຼວງ​ຫຼາຍ​ທີ່​ເດີນທາງ​ມາ​ຈາກ​ແຫ່ງ​ຕ່າງໆ,ຍິງ​ຊາຍ​ເຖົ້າ​ແກ່​ນ້ອຍ​ໃຫຍ່​ເຕົ້າ​ໂຮມ​ກັນ​ຢູ່​ສອງ​ຟາກ​ທາງ​ທີ່​ລົດ​ບັນຈຸ​ໂລງ​ສັບ​ຄຳ​ແລ່ນຜ່ານ,ບາງ​ຄົນ​ຊູຮູບ​ພາບ​ຂອງ​ສົມ​ເດັດ​ພະ​ໂນ​ໂຣດົມ​ສີ​ຫາ​ນຸ,ບາງ​ຄົນ​ຖືດອກ​ໄມ້​ທູບ​ທຽນ,​ບາ​ງ​ຄົນ​ນັ່ງ​ຄຸ​ເຂົ່າ.​ຕາມ​ປົກ​ກະ​ຕິ​ແລ້ວ,​ຂີ່​ລົດ​ຈາກ​ສະໜາມ​ບິນ​ໄປ​ເຖິງ​ພະ​ລາຊະ​ວັງ​ໃຊ້​ເວລາ​ພຽງ​ປະມານ20​ນາທີ​ເທົ່າ​ນັ້ນ,​ແຕ່​ມື້​ນັ້ນ​ໄດ້​ໃຊ້​ເວລາ​ເຖິງ​ຊົ່ວ​ໂມງ​ເຄິ່ງ.

ປະຊາຊົນ​ກຳປູ​ເຈຍ​ຖືສົມ​ເດັດ​ພະ​ໂນ​ໂຣດົມ​ສີ​ຫາ​ນຸ​ເປັນ​ພະ​ລາຊະ​ບິດາ​ແຫ່ງ​ຊາດ,ການ​ຈາກ​ໄປ​ຂອງ​ສົມ​ເດັດ​ເຮັດ​ໃຫ້​ປະ​ຊາ​ຊົນ​ເສົ້າ​ສະ​ຫຼົດ​ໃຈ​ຢ່າງ​ລົ້ນ​ເຫຼືອ.​ພາຍ​ຫຼັງ​ໄດ້​ຮູ້​ຂ່າວ​ວ່າ​ສົມ​ເດັດສະຫວັນ​ນະ​ຄົດ​ແລ້ວ,ມີ​ປະຊາຊົນ​ຫຼາຍໆ​ຄົນ​ໄດ້​ໄປ​ຈັດ​ພິທີ​ໄວ້ອາ​ໄລ​ຢູ່​ຕໍ່​ໜ້າ​ພະ​ລາ​ຊະ​ວັງ​ດ້ວຍ​ຄວາມ​ເປັນ​ເຈົ້າ​ການ.ພະ​ສັງຄະ​ລາດບົວ​ກຼີຊຶ່ງ​ເປັນ​ໜຶ່ງ​ໃນ​ພະ​ສັງຄະ​ລາດສອງ​ອົງ​ທີ່​ມີຊື່​ສຽງ​ຂອງ​ກຳປູ​ເຈຍ​ກ່າວ​ຕໍ່​ຂ່າວ​ວ່າ:

"ອາ​ຕະມາ​ຮູ້ສຶກ​ເສົ້າ​ສະຫຼົດ​ໃຈ​ຫຼາຍ​ຕໍ່​ການ​ສະຫວັນ​ນະ​ຄົດ​ຂອງພະຣະບາດ​ສົມ​ເດັດ​ພະ​ໂນ​ໂຣດົມ​ສີ​ຫາ​ນຸ,ພະຣະບາດ​ສົມ​ເດັດ​ພະ​ໂນ​ໂຣດົມ​ສີ​ຫາ​ນຸ​ແມ່ນ​ພະ​ຣາ​ຊະ​ບິດາ​ແຫ່ງ​ຊາດ​ຂອງ​ປະ​ຊາ​ຊົນ​ກຳ​ປູ​ເຈຍ,​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ທົ່ວ​ທັງ​ຊາດ​ຮູ້​ສຶກ​ເສົ້າ​ສະ​ຫຼົດ​ໃຈ​ຫຼາຍ​ຕໍ່​ການ​ສະ​ຫວັນ​ນະ​ຄົດ​ຂອງ​ພະ​ຣະ​ບາດ​ສົມ​ເດັດ,​ພະ​ຣະ​ບາດ​ສົມ​ເດັດ​ພະ​ໂນ​ໂຣ​ດົມ​ສີຫະ​ນຸ​ເຮັດ​ໃຫ້​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ສະ​ຫງົບ​ສຸກ​ແລະ​ມີ​ສັນຕິພາບ."

ຄະນະ​ຜູ້​ແທນ​ຈີນ​ທີ່​ນຳ​ໂດຍ​ທ່ານ​ຕ້າຍ​ປີງ​​ໂກວ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ໄດ້​ໃຫ້ການ​ອາລັກຂາ​ຂົນ​ສົ່ງ​ໂລ​ງສົບ​ຄຳ​ທີ່​ບັນ​ຈຸ​ພະ​ສົບ​ຂອງ​ສົມ​​ເດັດ​ພະ​ໂນ​ໂຣດົມ​ສີ​ຫາ​ນຸ​ໄປ​ເຖິງ​ພະ​ລາຊະ​ວັງ.ພາຍຫຼັງ​ສົມ​ເດັດ​ພະ​ໂນ​ໂຣດົມ​ສີ​ຫາ​ນຸສະ​ເດັດ​ສະ​ຫວັນນະ​ຄົດ​ແລ້ວ,ການຊ່ວຍ​ເຫຼື​ອຈັດ​ສັນ​ຕ່າງໆ​ທີ່​ລັດຖະບານ​ຈີນ​ປະຕິບັດ​ມາ​ນັ້ນ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ມີ​ຄວາ​ມ​ຮູ້​ສຶກ​ເຖິງ​ມິດ​ຕະ​ພາບ​ອັນ​ຈິງ​ໃຈ​ຖານ​ບ້ານ​ໃກ້​ເຮື​ອນ​ຄຽງ​ອີກ​ເທື່ອ​ໜຶ່ງ.ປະຊາຊົນ​ກຳປູ​ເຈຍ​ຫຼາຍ​ຄົນ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRIກໍ່​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ເລື່ອງ​ນີ້.ທ່ານ​ປຽນ​ທຽນ ທະຫານ​ປ້ອງ​ກັນ​ພະ​ລາຊະ​ວັງ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRIວ່າ

"​ໃນ​ນາມ​ເປັນ​ຄົນ​ກຳປູ​ເຈຍ,ຂ້າພະ​ເຈົ້າ​ຂໍ​ຂອບ​ໃຈ​ນຳ​ຈີນຊຶ່ງ​ເປັນ​ເພື່ອນ​ມິດ​ທີ່​ຍິ່ງ​ໃຫຍ່.​ເພາະວ່າ​ຂ້າພະ​ເຈົ້າ​ໄດ້​ເບິ່ງ​ລາຍການ​ໂທ​ລະ​ພາບ​ແຫ່ງ​ຊາດ​ກຳປູ​ເຈຍ​ແລ້ວ​ຮູ້​ວ່າ​ລັດຖະບານ​ຈີນ​ໃຫ້​ຄວາມ​ສຳຄັນ​ຫຼາຍ​ຕໍ່​ການສະຫວັນ​ນະ​ຄົດ​ຂອງ​ສົມ​ເດັດ​ພະ​ໂນ​ໂຣດົມ​ສີ​ຫາ​ນຸ,​ແລະ​ກໍ່​ໄດ້​​ເອົາ​ໃຈ​ໃສ່​ເປັນ​ຢ່າງ​ດີ​ຕໍ່​ພິທີ​ຊາ​ປະ​ນະ​ກິດ​ສົບ,​ໃນ​ນາມ​ເປັນ​ຄົນ​ກຳປູ​ເຈຍ,ຂ້າພະ​ເຈົ້າ​ຂໍ​ຂອບ​ໃຈ​ນຳ​ຈີນ​ດ້ວຍ​ຄວາມ​ຈິງ​ໃຈ."


1 2