ຕາມຂ່າວCRI:ວັນທີ 8 ມິຖຸນາ,ໃນງານໃຫ້ສຳພາດຂ່າວທີ່ຈັດຂຶ້ນເປັນປະຈຳຢູ່ທີ່ປັກກິ່ງ ທ່ານລີວຈ້ຽນຊ່າວ ໂຄສົກກະຊວງການຕ່າງປະເທດຈີນເວົ້າວ່າ,ທ່ານຫູຈີນທ່າວ ປະ ທານປະເທດຈີນໄປຢ້ຽມຢາມທາງລັດຖະກິດຕໍ່ໂປໂລຍ ຮົງກາຣີ ລູມານີແລະອຸສເບກີ ສະຕານແລະເຂົ້າຮ່ວມກອງປະຊຸມສຸດຍອດທີ່ຕັສເກນແມ່ນການຢ້ຽມຢາມສຳຄັນ.
ທ່ານລີວຈ້ຽນຊ່າວເວົ້າວ່າ,ການຢ້ຽມຢາມເທື່ອນີ້ແມ່ນທ່ານຫູຈີນທ່າວໄປຢ້ຽມຢາມປະ ເທດທີ່ກ່ຽວຂ້ອງເປັນຄັ້ງທຳອິດພາຍຫຼັງທ່ານໄດ້ຮັບຕຳແໜ່ງເປັນປະທານປະເທດຈີນ ຍ່ອມຈະຊຸກຍູ້ຄວາມເຂົ້າໃຈກັນຕື່ມອີກ,ເພີ່ມທະວີມິດຕະພາບ,ເປີດກວ້າງການຮ່ວມມື ແລະຊຸກຍູ້ການພົວພັນມິດຕະພາບແລະຮ່ວມມືກັບປະເທດທີ່ກ່ຽວຂ້ອງຂະຫຍາຍໄປ ໜ້າຕໍ່ໄປ.
|