|
![](/images/spacer.gif) |
(GMT+08:00)
2004-08-10 11:34:14
|
![](/images/shim.gif) |
ຮູບເງົາສາລະຄະດີເລື່ອງສະບາຍດີທ່ານເຕິ້ງສຽວຜີງເລີ່ມສາຍຢູ່ທົ່ວປະເທດຈີນ
cri
ຕາມຂ່າວສານຊີນຮວາ:ຮູບເງົາສາລະຄະດີເລື່ອງສະບາຍດີທ່ານເຕິ້ງສຽວຜີງທ່ີສະແດງທ່ານເຕິ້ງສຽວຜີງຜູ່ຍິ່ງໃຫຍ່ໃນຍຸກສະໄຫມນີ້ຢ່າງແທ້ຈິງແລະຮອບດ້ານໄດ້ຈັດທຳສຳເລັດໃນຫວ່າງແລ້ວນີ້,ແລະເອົາອອກສາຍໃນທົ່ວປະເທດຈີນແຕ່ວັນທີ 9 ເປັນຕົນໄປ.
ຮູບເງົາເລື່ອງສະບາຍດີທ່ານເຕິ້ງສຽວຜີງໄດ້ເລືອກເອົາເລື່ອງທ່ີຫນ້າກະຕຸ້ນໃຈແລະຟິມປະຫວັດສາດອັນລ້ຳຄ່າຢ່າງຫລວງຫລາຍມາບັນລະຍາຍຊີ ວິດຂອງທ່ານເຕິ້ງສຽວຜິງ.ຜູ່ເຖົ້າຜູ່ຫນຶ່ງທ່ີໄດ້ຮູ້ໄດ້ເຫັນປະຫວັດສາທາດລະ ນະລັດປະຊາຊົນຈີນຫລາຍສິບປີໄດ້ເບິ່ງຮູບເງົາດ່ັງກ່າວດ້ວຍຄວາມຄິດຮອດຄິດເຖິງທ່ີມີນ້ຳຕາເຕັມເບົ້າຕາ,ເພິ່ນເວົ້າວ່າ: ຮູບເງົານີ້ໄດ້ເຮັດໃຫ້ຂ້າພະເຈົ້າຫວນຄືນປະຫວັດສາດທ່ີທ່ານເຕິ້ງສຽວຜີງນຳພາພວກຂ້າພະເຈົ້າເຄີຍຜ່ານຜ່າ.ສ່ວນທະຫານຫນຸ່ມຜູ່ຫນຶ່ງທ່ີນ່ັງຢູ່ຂ້າງຜູ່ເຖົ້າຜູ່ນີ້ກໍ່ເຄົາລົບບຸກຄະລິກພາບຂອງທ່ານເຕິ້ງສຽງຜີງ,ເພິ່ນເວົ້າວ່າ: ຮູບເງົານີ້ໄດ້ເຮັດໃຫ້ຂ້າພະເຈົ້າໄດ້ຮູ້ປະຫວັດສາດທ່ີຈາລຶກໃນຫມາກຫົວໃຈປະຊາຊົນຈີນ.
|
|
|