ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-10 21:01:24    
ງານ​ວາງສະ​ແດງ​ລະ​ລຶກວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ເຕີ້ງສຽວ​ຜິງ​ຄົບຮອບ 100 ປີ​ຈັດ​ຂຶ້ນຢູ່​ປັກ​ກິ່ງ(ພາບ)

cri

ຕາມ​ຂ່າວCRI: ກ່ອນ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ເຕີ້ງສຽວ​ຜິງ ຜູ່​ນຳ​ຈີນ​ທີ່​ລ່ວງ​ລັບ​ໄປ​ແລ້ວ​ຄົບຮອບ 100 ປີ,ທ່ານ​ເຕີ້ງສຽວ​ຜິງ ບຸກຄົນ​ຜູ່​ຍິ່ງ​ໃຫຍ່​​ແຫ່ງສະຕະວັດ--ງານ​ວາງສະ​ແດງ​ລະ​ລຶກວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ເຕີ້ງສຽວ​ຜິງ​ຄົບຮອບ 100 ປີ ​ເຊິ່ງ​ແມ່ນ​ຄະນະ​ໂຄສະນາ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ແລະ​ພາກສ່ວນ​ອື່ນໆ​ຈັດ​ຂຶ້ນນັ້ນ​ໄດ້​ເປີດ​ສາກ​ຢ່າງ​ຄຶກຄື້ນ​ຢູ່​ຫໍພິພິທະ​ພັນ​ແຫ່ງ​ຊາດ​ຈີນ​ໃນ​ຕອນ​ບ່າຍ​ວັນ​ທີ 10 ສິງຫາ.

      

ຕາມ​ສະ​ເໜີ​ໃຫ້​ຮູ້​ວ່າ,ງານ​ວາງສະ​ແດງ​ເທື່ອ​ນີ້​ຈະ​ສະ​ແດງ​ໃຫ້​ເຫັນ​ຄຸນງາມຄວາມດີ​ຂອງ​ທ່ານ​ເຕີ້ງສຽວ​ຜິງ​ໃນ​ໄລຍະ​ປະ​ຫວັດ​ສາດຕ່າງໆ​ຢ່າງຮອບດ້ານ​ຈາກ​ມູມຕ່າງ​ກັນ. ​ໃນ​​ໄລຍະ​ວາງສະ​ແດງ,ຈະ​ວາງສະ​ແດງ​ຮູບ​ພາບ 300 ກວ່າ​ແຜ່ນ,ວັດຖຸບູຮານ 100 ກວ່າ​ເຄື່ອງ​ແລະ​ເອກະສານ​ສຳ​ເນົາ 50 ສະບັບ,​ໃນ​ນັ້ນ ມີ​ຮູບ​ຖ່າຍ​ແລະ​ວັດຖຸບູຮານ​ບໍ່​ໜ້ອຍ​ແມ່ນ​ເອົາ​ມາ​ວາງສະ​ແດງ​ຢ່າງ​ເປີດ​ເຜີຍ​ເປັນຄັ້ງທຳ​ອິດ.