ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-12 16:04:56    
​ຊາວ​ຈີນ​ຕ່າງ​ດ້າວ​ທີ່​ອາ​ໄສ​ຢູ່​ມຽນ​ມ້າ​ຈັດ​ງານ​ສົນ​ທະ​ນາ​ຫວນ​ຄຶດ​ຄຸນງາມ​ຄວາມ​ດີ​ຂອງ​ທ່ານ​ເຕິ້ງ​ສຽວ​ຜິ​ງ

cri
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ11​ສິງຫາ,ຢູ່​ຢາງ​ກຸງ​ຂອງ​ມຽນມາ,​ຜູ່​ແທນ​ວົງ​ການ​ຕ່າງໆ​ຂອງ​ຊາວ​ຈີນ​​ຕ່າງ​ດ້າວ​ມຽນ​ມ້າ​ຮ້ອຍ​ກວ່າ​ຄົນທີ່​ອາ​ໄສ​ຢູ່​ມຽນມາ​ໄດ້​ຈັດ​ງານ​ສົນທະນາ" ຊາວ​ຈີນ​ຕ່າງ​ດ້າວ​ວົງ​ການ​ຕ່າງໆ​ທີ່​ອາ​ໄສ​ຢູ່​ມຽນ​ມາ​ລະ​ລຶກ​ວັນ​ເກີດ​ຂອງ​ທ່ານ​ເຕິ້ງສຽວ​ຜິງ​ຄົບ​ຮອບ​100​ປີ",​ຫວນ​ຄຶດ​ຄຸນ​ງາມ​ຄວາມ​ດີ​ຂອງ​ທ່ານ​ເຕິ້ງສຽວ​ຜິ​ງ ຜູ່​ຍິ່ງ​ໃຫຍ່​​ໃນ​ສະ​ຕະ​ວັດ​ທີ​20​ຢ່າງ​ເລິກ​ເຊິ່ງ.

​​ທ່ານຫຼີຈິ້ນຈຸ່ນ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ມຽນມາ​ພ້ອມ​ຜູ່​ນຳ​ສະມາຄົມ​ຊາວ​ຈີນ​ຕ່າງ​ດ້າວ​ທີ່​ອາ​ໄສ​ຢູ່​ມຽນ​ມາ​ແລະ​ເຈົ້າໜ້າ​ທີ່​ການ​ທູດ​ຫຼາຍທ່ານ​ໄດ້​ເຂົ້າ​ຮ່ວມ​ງານ​ສົນ​ທະ​ນາ.​ຜູ່​ແທນ​ທັງ​ຫຼາຍກ່າວ​ຄຳ​ປາ​ໄສ​ຢ່າງ​ຫ້າວຫັນ,ມີ​ບັນຍາກາດ​ຄຶກຄື້ນ​.

ທ່ານ​ຈ້າວ​ຈົ່ງ ຫົວໜ້າ​ສະ​ມາ​ຄົມ​ຢຸນ​ນານ​ເວົ້າວ່າ,ທ່ານ​ເຕິ້ງສຽວ​ຜິງ​ໄດ້​ບຸກ​ເບີກ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ,​ສ້າງ​ຈີນ​​ເຂັ້ມ​ແຂງ​ກວ່າ​ເກົ່າ,​ຍົກ​ຖາ​ນະ​ແລະ​ຊື່​ສຽງ​ຂອງ​ຈີນ​ໃນ​ສາ​ກົນ​ຢ່າງ​ໃຫຍ່.​ທ່ານ​ເຕິ້ງ​ສຽວ​ຜິງ​ມີ​ເຈດ​ຈຳ​ນົງ​ຂະ​ຫຍາຍ​ການ​ພົວ​ພັນ​ໄມ​ຕີ​ຈິດ​ກັບ​ປະ​ເທດ​ອ້ອມ​ຂ້າງ​ແລະ​ປະ​ເທດ​ໂລກ​ທີ​ສາມ,​ເປີດ​ສະ​ຖາ​ນະ​ການ​ໃໝ່​ແຫ່ງ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ,​ເຮັດ​ໃຫ້​ຊາວ​ຈີນ​ຈີນ​ຕ່າງ​ດ້າວ​ສາ​ມາດ​ຢູ່​ເຢັນ​ເປັນ​ສຸກ​ຢູ່​ພົ້ນ​ທະ​ເລ.