|
![](/images/spacer.gif) |
(GMT+08:00)
2004-08-16 18:31:17
|
![](/images/shim.gif) |
ຟິມໂທລະພາບປະຫວັດສາດຂະໜາດໃຫຍ່ທີ່ມີຫົວຂໍ້ວ່າ"ທ່ານເຕີ້ງສຽວຜິງ ບູລຸດແຫ່ງສະຕະວັດ"ຈະນຳອອກສາຍໃນທົ່ວປະເທດ
cri
ຕາມຂ່າວ CRI: ເມື່ອໄດ້ວາງແຜນແລະຖ່າຍທຳຢ່າງພາກພຽນເປັນເວລາ 4 ປີປາຍແລ້ວ, ຟິມໂທລະພາບ ປະຫວັດສາດຂະໜາດໃຫຍ່ທີ່ມີຫົວຂໍ້ວ່າ"ທ່ານເຕີ້ງສຽວຜິງ ບູລຸດແຫ່ງສະຕະວັດ"ຈະນຳອອກສາຍ ຕາມ ສະຖານີໂທລະພາບຂັ້ນເຂດຂຶ້ນໄປ 100 ກວ່າແຫ່ງໃນທົ່ວປະເທດໃນໄລຍະມໍ່ໆນີ້.
ຜູ່ສ້າງຟິມດັ່ງກ່າວໄດ້ໃຊ້ວິທີບັນລະຍາຍແບບລຽບໆຢ່າງບໍ່ອວດອ້າງ,ຊອກຫາ 10 ດ້ານທີ່ຕ່າງກັນ,ແລະມຸມແຈທີ່ຕ່າງກັນສະແດງໃຫ້ເຫັນຊີວິດທີ່ເຫັນໄປໃນແງ່ດີ,ສະຕິປັນຍາແລະຄວາມສະຫຼາດຫຼັກແຫຼມທາງການເມືອງ,ສະເໜດ້ານບຸກຄະລິກລັກສະນະແລະຈິດອາລົມອັນສູງສົ່ງຂອງທ່ານເຕີ້ງສຽວຜິງ ນາຍຊ່າງໃຫຍ່ຜູ່ອອກແບບການປະຕິຮູບແລະໄຂປະຕູສູ່ພາຍນອກຂອງຈີນ,ສ່ອງແສງປະສົບການຂອງທ່ານແລະເພື່ອນຮ່ວມລົບທັງຫຼາຍຂອງທ່ານທີ່ບາກບັ່ນສູ້ຊົນຢ່າງບໍ່ລົດລະເພື່ອການປະຕິວັດແລະການກໍ່ສ້າງຂອງຈີນ,ເພື່ອໃຫ້ປະຊາຊົນຮັ່ງມີແລະມີຄວາມສຸກ,ຍັງໄດ້ສ່ອງແສງຊີວິດອັນຜາສຸກທີ່ເຕັມໄປດ້ວຍຄວາມຮັກຄວາມແພງລະຫວ່າງທ່ານກັບຄອບຄົວຂອງທ່ານ.
|
|
|