ມູນນິທິເຕີ້ງສຽວຜິງຂອງອາເມລິກາມອບຮູບຄວັດເຕີ້ງສຽວຜິງໃຫ້ແຂວງເຊສວນຂອງຈີນ
cri
ຕາມຂ່າວສານຊິນຮວາ: ວັນທີ 19 ສິງຫາ ມູນນິທິເຕີ້ງສຽວຜິງຂອງອາເມລິກາໄດ້ຕາງໜ້າຊາວຈີນຕ່າງດ້າວຢູ່ພາກໃຕ້ລັດກາລີໂຟເນຍອາເມລິກາໄດ້ມອບຮູບຄວັດເຕີ້ງສຽວຜິງທີ່ຄວັດດ້ວຍຫີນກຼານິດໃຫ້ເມືອງກວາງອ່ານແຂວງເຊສວນຂອງຈີນ ເຊິ່ງແມ່ນບ້ານເກີດເມືອງນອນຂອງທ່ານເຕີ້ງສຽວຜິງ ຜູ່ນຳຈີນທີ່ລ່ວງລັບໄປແລ້ວ.
ຮູບຄວັດເຕີ້ງສຽວຜິງໝົດດັ່ງກ່າວໃຫ້ຊື່ວ່າ:"ທ່ານເຕີ້ງສຽວຜິງໃນໄວໜຸ່ມ--ຈາກນີ້ໄປສູ່ໂລກ,ສູງ 3,7 ແມັດ,ໜັກ 7,8 ໂຕນ,ແມ່ນຄວັດຕາມຮູບຖ່າຍຂອງທ່ານເຕີ້ງສຽວຜິງໃນສະໄໝເພິ່ນໄປຮຽນຢູ່ຝຣັ່ງໃນໄວໜຸ່ມ.
|
|