|
|
(GMT+08:00)
2004-08-22 18:43:28
|
ຮົງກົງຈັດການເຄ່ືອນໄຫວຕ່າງໆ ລະລຶກວັນຄ້າຍວັນເກີດຂອງທ່ານເຕ້ິງສຽວຜີງຄົບຮອບ 100 ປີ
cri
ຕາມຂ່າວສານຊິນຮວາ: ກ່ອນວັນຄ້າຍວັນເກີດຂອງທ່ານເຕ້ິງສຽວຜີງຄົບຮອບ 100 ປີ,ວົງການຕ່າງໆຂອງຮົງກົງໄດ້ຈັດການເຄ່ືອນໄຫວລະລຶກຕ່າງໆ.
ວັນທີ 21 ສິງຫາ,ສະມາຄົມວິສາຫະກິດຈີນຮົງກົງໄດ້ຈັດກອງປະຊຸມລາຍງານລະລຶກ ວັນຄ້າຍວັນເກີດຂອງທ່ານເຕ້ິງສຽວຜີງຄົບຮອບ 100 ປີ.ໃນກອງປະຊຸມດັ່ງກ່າວ,ທ່ານ ນາງຫລຽງອ້າຍສ່ື ຫົວໜ້າພະແນກກົດໝາຍຂອງອົງການປົກຄອງເຂດພິເສດຮົງກົງໄດ້ ສະເໜີສະພາບຜັນຂະຫຍາຍ"ປະເທດດຽວ ສອງລະບອບ" ຢູ່ຮົງກົງ,ແລະກ່າວວ່າ,ການ ບັນລະຍາຍຂອງທ່ານເຕ້ິງສຽວຜີງກ່ຽວກັບ"ປະເທດດຽວ ສອງລະບອບ"ແມ່ນສະຕິປັນຍາ ຂອງຊາວຈີນ,ໄດ້ແກ້ໄຂຫລາຍບັນຫາທ່ີຕົກທອດມາແຕ່ປະຫວັດສາດ.ເນ່ືອງໃນໂອກາດ ລະລຶກວັນຄ້າຍວັນເກີດຂອງທ່ານເຕ້ິງສຽວຜີງຄົບຮອບ 100ປີ,ການຄົ້ນຄ້ວາພຶດຕິກຳອັນ ສຳເລັດຜົນຂອງ"ປະເທດດຽວ ສອງລະບອບ"ຢູ່ຮົງກົງນັ້ນແມ່ນມີຄວາມໝາຍທ່ີສຸດ.
ມື້ດຽວກັນ,ສະພາການຄ້າເກົາລູນຮົງກົງກໍ່ໄດ້ຈັດງານວາງສະແດງຮູບພາບລະລຶກວັນຄ້າຍ ວັນເກີດຂອງທ່ານເຕ້ິງສຽວຜີງຄົບຮອບ 100 ປີ,ໄດ້ວາງສະແດງຮູບພາບຂອງທ່ານເຕິ້ງ ສຽວຜີງ 100 ກວ່າແຜ່ນ.
|
|
|