ສະແຕມລະລຶກວັນຄ້າຍວັນເກີດຂອງທ່ານເຕິ້ງສຽວຜິງຄົບຮອບ 100 ປີຈຳໜ່າຍເປັນເທ່ືອທຳອິດຢູ່ເມືອງກວາງອານແຂວງເຊສວນ
cri
ຕາມຂ່າວສານຊິນຮວາ,ເພ່ືອລະລຶກວັນຄ້າຍວັນເກີດຂອງທ່ານເຕິ້ງສຽວຜິງ ຄົບຮອບ 100 ປີ , ກົມໄປສະນີແຫ່ງຊາດຈີນໄດ້ຈັດພິທີຈຳໜ່າຍສະແຕມລະລຶກວັນຄ້າຍວັນເກີດຂອງທ່ານສະຫາຍເຕິ້ງສຽວຜິງຄົບຮອບ 100 ປີເປັນເທ່ືອທຳອິດຢູ່ເມືອງກວາງອານແຂວງເຊສວນ ບ້ານເກີດຂອງທ່ານເຕິ້ງສຽວຜິງຢ່າງຄຶດຄື້ນ.
ສະແຕມຊຸດດັ່າກ່າວນີ້ມີ 3 ດວງ, ໄດ້ພິມຮູບຖ່າຍຂອງທ່ານເຕິ້ງສຽວຜິງໃນໄລຍະຕ່າງໆ, ໄດ້ໃຫ້ເຫັນຮູບໂສມອັນສະຫງ່າລາສີຂອງທ່ານເຕິ້ງສຽວຜິງອີກ.
ໃນມື້ດຽວກັນ, ຢູ່ເມືອງຈົງກິ່ງເມືອງຈ່າງຈາຍໂຄ ເມືອງເຊີນເຈີນແລະຮົງກົງ ມາກາວກໍໄດ້ຈັດພິທີດັ່ງກ່າວ.
|
|