ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-24 11:23:42    
ຮູ​ບ​ເງົາ​ບັນທຶກປະ​ຫວັດສາດ​ຂະຫນາດ​ໃຫຍ່​ທ່ີ​ວ່າ:ສະບາຍດີ! ສຽວ​ຜິ​ງໄດ້ສາຍຢູ່​ຮົງ​ກົງ

cri

ຕາມ​ຂ່າວສານ​ຊິນ​ຮວາ,ຮູບ​ເງົາບັນທຶກ​ປະຫວັດສາດ​​ຂະຫນາດ​ໃຫຍ່​ທ່ີ​ບັນ​ລະ​ຍາຍຄຸນ​ງາມ​ຄວາມ​ດີ​ອັນ​ລ້ຳ​ເລີດແລະ​ສະ​ເຫນ​ບຸກຄະ​ລິດ​ລັກສະນະຂອງ​ທ່ານ​ເຕິ້ງ​ສຽວຜິ​ງ ຜູ່​ນຳ​ຈີນທ່ີ​ລ່ວງ​ລັບ​ໄປ​ແລ້ວ​ຢ່າງຮອບດ້ານນັ້ນ​ໄດ້​ສາຍ​ຢູ່​ສູນ​​ກອງ​ປະຊຸມວາງສະ​ແດງ​ຮົງ​ກົງ​ໃນ​ວັນ​ທີ 23 ສິງຫາ.


ໃນ​ພິທີ​ສາຍຮູ​ບ​ເງົາ,ທ່ານ​ເສີນ​ຈົວຣ໌ ຮອງ​ຫົວຫນ​້າຫ້ອງການ​ວຽກ​ງານ​ຮົງ​ກົງ ມາ​ກາ​ວຂອງ​ລັດຖະບານ​ຈີນ​ໄດກ່າວ​ຄຳ​ປາ​ໄສ​ວ່າ,​​ມື້​ນີ້,ພວກຂ້າພະ​ເຈົ້າ​ລະ​ລຶກວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ເຕິ້ງສຽວ​ຜິ​ງຄົບຮອບ 100 ປີ​ຢູ່​ເຂດ​ພິ​ເສດ​ຮົງ​ກົງ​ທ່ີ​ປະຕິບັດ​ລະບອບ​ປະ​ເທດ​ດຽວສອງ​ລະບອບ​ກ່ອນ​ຫມຸູ່ນັ້ນ​ເປັນ​ເລ່ືອງ​ທ່ີ​ມີ​ຄວາມ​ຫມາຍ​ທ່ີ​ສຸດ,​ວິທີ​ີ​ດີກ​ວ່າ​ຫມູ່​ທ່ີ​ພວກຂ້າພະ​ເຈົ້າ​ອາ​ໄລ​ທ່ານ​ເຕິ້ງ​ສຽງ​ຜິວ​ນັ້ນ​ກໍ່​ແມ່ນ​ເຮັດ​ໃຫ້​​ຮົງ​ກົງ​ເປັນໄຂ່​ມຸກ​ບົວລະພາ​ເປັ່ງ​ແສງສະ​ຫວ່າງ​ຈົນ​ເທ່ົາ​ໃດໆ.


ທ່ານ​ນາງ​ລຽງ​​ໄອ້ສີ ຫົວຫນ້າ​​ພະ​ແນ​ກກົດຫມາຍ​ຂອງ​ອົງການ​ປົກຄອງ​ເຂດພິ​ເສດຮົງ​ກົງ​ກ່າວ​ໃນ​ພິທີ​ວ່າ,ການ​ສາຍຮູບ​ເງົາ​ເທ່ືອ​ນີ້​ຈະ​ເຮັດ​ໃຫ້​ພວກ​ຂ້າພະ​ເຈົ້າ​ໄດ້​ເຫັນ​ຫຼາຍຫນ້າ​ກ້ອງ​ປະ​ຫວັດ​ສາດ​ອັນ​ປະ​ເສີດ​,​​​ເຫັນ​ກັບ​ຕາແລະ​ຮູ້ຈັກກິລິຍາ​ທ່າ​ທາງ​ແລະ​ສະຕິ​ປັນ​ຍາ​ຂອງ​ບູລຸດຜູ່​ຍ່ິງ​ໃຫຍ່​ຂອງສະຕະວັດ,​ແລະ​ກະຕຸກ​ຊຸກ​ຍູ້ໃຫ້​ພວກຂ້າພະ​ເຈົ້າປະຕິບັດ​ກົດຫມາຍ​ພື້ນຖານ​ຢ່າງ​ຕັ້ງຫນ້າ, ​ແລະປະຕິບັດ​ລະບອບ​ປະ​ເທດ​ດຽວສອງ​ລະບອບ​​​ດີກ​ວ່າ​ເກົ່າ