ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-18 17:44:07    
ຈຳ​ນວນ​ໂຮງ​ສາຍ​ຮູບ​ເງົາ​ດີ​ຈີ​ດອນ​ຢູ່​ເຂດ​ໃນ​ຈີນ​ເປັນ​ທີ​ສອງ​ຂອງ​ໂລກ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ: ວັນ​ທີ 18 ກັນ​ຍາ ນັກ​ຂ່າວ​ໄດ້​ຊາບ​ຈາກ​ພາກ​ສ່ວນ​ທ່ີ​ກ່ຽວ​ຂ້ອງ​ວ່າ,ທົ່ວ​ໂລກ​ມີ​ໂຮງ​ສາຍ​ຮູບ​ເງົາ​ດີ​ຈີດ​ອນ 200 ​ແຫ່ງ,​ຢູ່​ເຂດ​ໃນ​ຈີນ​ກໍ່​ມີ 57 ​ແຫ່ງ,ເປັນ​ທີ​ສອງ​ຂອງ​ໂລກ,ພຽງ​ຖັດ​ຈາກ​ອາ​ເມ​ລິ​ກາ​.

ຕາມ​ສະ​ເຫ​ນີວ່າ, ​ໂຮງ​ສາຍ​ຮູບ​ເງົາ​ດີ​ຈີດ​ອນ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ວ່ອງ​ໄວ​ຢູ່​ເຂດ​ໃນ​ຈີນ.ປີ​ກາຍ​ນີ້ ຮູບ​ເງົາ​ດີ​ຈີດ​ອນ 20 ​ເລື່ອງ​ໄດ້​ສາຍ​ຢູ່​ໂຮງ​ສາຍ​ຮູບ​ເງົາ​ດີ​ຈີ​ດອນ​ຂອງ​ເຂດ​ໃນ​ຈີນ,ຈຳນວນ​ລາຍ​ໄດ້​ຈາກ​ບີ້​ຮູບ​ເງົາ​ນັ້ນມີ​ເກືອບ 30 ລ້ານ​ຢວນ.ບຸກ​ຄົນ​ໃນ​ວົງ​ການ​ຮູບ​ເງົາ​ເຫັນ​ວ່າ, ການ​ພັດ​ທະ​ນາ​ຮູບ​ເງົາ​ດີ​ຈີດ​ອນບໍ່​ພຽງ​ແຕ່​ຈະ​ຍົກ​ຄວາມ​ສາ​ມາດ​ແຂ່ງ​ຂັນ​ຂອງ​ອຸດ​ສາ​ຫະ​ກຳ​ຮູບ​ເງົາ​ຈີນ​ໃຫ້​ສູງ​ຂຶ້ນ​ທໍ​່​ນັ້ນ, ຫາກ​ຍັງ​ຈະ​​ເຮັດ​ໃຫ້​ຂະ​ແຫນງ​ການ​ຮູບ​ເງົາ​ເປັນ​ແບບ​ສະ​ບັບ​ຢ່າງ​ບັງ​ເກີດ​ຜົນ,​ໂດຍ​ສະ​ເພາະ​ແມ່ນ​ການ​ໂຈມ​ຕີ​ການ​ລັກ​ລອບ​ແບບ​ພິມ​ຮູບ​ເງົາ.

​ເມື່ອ​ທຽບ​ກັບ​ຮູ​ບ​ເງົາ​ທ່ີ​ຖ່າຍ​ທຳ​ດ້ວຍ​ຟິນ​ທຳ​ມະ​ດາ,​ຮູບ​ເງົາ​ດີ​ຈີດ​ອນ ຈະ​ຫລຸດ​ຕົ້ນ​ທຶນ​ເກືອບ 90%​ໃນ​ຂອດ​ຕ່າງ​ໆ​ຄື ການ​ຖ່າຍ​ທຳ​ແລະ​ການ ສາຍ, ​ແຕ່​​ໄດ້​ກຳ​ໄລ​ຊ້ຳ​ພັດ​ແມ່ນ​ສອງ​ເທົ່າ​ຂອງ​ຮູບ​ເງົາ​ດັ້ງ​ເດີມ.ຈີນ​ຖື​ເອົາ​ການ​ພັດ ທະ​ນາ​ຮູບ​ເງົາ​ດີ​ຈີດ​ອນ​ແລະ​ໂຮງ​ສາຍ​ຮູບ​ເງົາ​ດີ​ຈີດ​ອນ​ເປັນ​ມາດ​ຕະ​ການ​ຍຸດ​ທະ​ສາດ​ຂອງ​ຂະ​ແຫນງ​ການ​ຮູບ​ເງົາ​ຈີນ, ​ແລະ​ໄດ້​ວາງ​ນະ​ໂຍ​ບາຍ​ສ່ົງ​ເສີມ​ແລະ​ໃຫ້​ການ​ຊ່ອຍ​ເຫລືອ​ດ້ານ​ເງິນ​ທຶນ​ເລື້ອຍໆ.