ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-19 16:57:29    
ຈີນ​ມີ​ຫວັງ​ຈະ​ເປັນ​ປະ​ເທດ​ການ​ຄ້າ​ໃຫຍ່​ທີ​ສາມ​ຂອງ​ໂລກ​ພາຍ​ໃນ​ປີ​ນີ້

cri Author: sayvanny
ຕາມ​ຂ່າວ CRI:ວັນ​ທີ 19 ກັນຍາ​ຢູ່​ທ່ີ​ປັກ​ກິ່ງ ທ່ານ​ໂປ​ຊີ​ລາຍ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ເວົ້າ​ວ່າ, ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ໃນ​ປີ​ນີ້​ອາດ​ຈະ​ລື່ນ​ກາຍ 1000 ຕື້​ໂດ​ລາ​ສະ​ຫະ​ລັດ,​ມີ​ຫວັງ​ຈະ​ເປັນ​ປະ​ເທດ​ການ​ຄ້າ​ໃຫຍ່​ທີ​ສາມ​ຂອງ​ໂລກ.

ທ່ານ​ໂປ​ຊີ​ລາຍ​ເວົ້າວ່າ, ​ແຕ່​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​ເປັນ​ຕົ້ນ​ມາ,ການ​ລຽງ​ລຳ​ດັບ​ຂອງ​ຈີນ​ທາງ​ດ້ານ​ຍອດ​ມູນ​ຄ່າ​ການ​ຄ້າ​ໃນ​ທົ່ວ​ໂລກ​ພວມ​ຖີບ​ສູງ​ຂຶ້ນ​ດ້ວຍ​ຄວາມ​ໄວ​ທ່ີ​ສູງ​ຂຶ້ນ​ຫນຶ່ງ​ລຳດັບ​ຕໍ່​ປີ.​ແຕ່​ເດືອນ​ມັງ ກອນ​ຫາ​ເດືອນ​ສິງ​ຫາ​ປີ​ນີ້ ຍອດ​ມູນ​ຄ່າ​ການ​ຄ້າຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ບັນ​ລຸ720 ຕື້​ກວ່າ​ໂດ​ລາ​ສະ​ຫະ​ລັດ,​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ 38%.

ຕໍ່​ໄປ​ພາຍ​ຫນ້າ​ຈີນ​ຈະ​​ເພີ່ມ​ທະ​ວີ​ການ​ຄ້າ​ດ້ານ​ສິນ​ຄ້າ​ແລະ​ດ້ານ​ການ​ບໍ​ລິ​ການ​ຕື່ມ​ອີກ,​ໃນ​ຂະນະ​ສະ​ຫນອງ​ສິນ​ຄ້າ​ໃຫ້​ຕະ​ຫລາດ​ສາ​ກົນ​ນັ້ນ,ຍັງ​ຈະ​ສືບ​ຕໍ່​ນຳ​ເຂົ້າ​ອຸ​ປະ​ກອນ​ເຕັກ​ນິກ ຜະ​ລິດ​ຕະ​ພັນ​ໄຮ​ເທັກ​ແລະ​ວັດ​ຖຸ​ດິບ​ພື້ນ​ຖານ​ຕ່າງ​ໆ.