ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-20 20:43:35    
ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທ່ີ​ຜະ​ລິດ​ແລະ​ຂາຍ​ເຄື່ອງ​ເອ້​ເພັດ​ນິນ​ຈິນ ດາ​ຫລາຍ​ກວ່າ​ຫມູ່​ໃນ​ໂລກ

cri Author: SAYVANNY
ຕາມ​ຂ່າວ CRI:​ຫວ່າງ​ມໍ່ໆ​ນີ້ ນັກ​ຂ່າວ​ໄດ້​ຊາບ​ຈາກ​ງານ​ໂຄ​ສະ​ນາ​ຮ້ານ​ຂາຍ​ເພັດ​ນິນ​ຈິນ​ດາ​ສາ​ກົນ​ເມືອງ​ຢາງ​ໂຈ​ວຂອງ​ຈີນ​ວ່າ, ​ໃນ​ຫລາຍ​ປີ​ມາ​ນີ້ ອັດ​ຕາ​ເຕີບ​ໂຕຂອງ​ຂະ​ແຫນງ​ການ​ເພັດ​ນິນ​ຈິນ​ດາ​ແລະ​ເຄື່ອງ​ເອ້​ຂອງ​ຈີນ​​ໄດ້​ບັນ​ລ​ຸ​ເຖິງ 10% ຂຶ້ນ​ໄປ,ປະ​ຈຸ​ບັນ ປະ​ເທດ​ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທ່ີ​ຜະ​ລິດ ປຸງ​ແຕ່ງ​ແລະ​ບໍ​ລິ​ໂພກ​ເພັດ​ນິນ​ຈິນ​ດາ​ແລະ​ເຄື່ອງ​ເອ້​ຫລາຍ​ກວ່າ​ຫມູ່​ໃນ​ໂລກ.

ທ່ານ​ຢາງ​ຊື​ສານ ຮອງ​ເລ​ຂາ​ທິ​ການ​ສະ​ມາ​ຄົມ​ເພັດ​ນິນ​ຈິນດາ​ຈີນ​ເວົ້າ​ວ່າ, ຄຽງ​ຄູ່​ກັບ​ເສດ​ຖະ​ກິດ​ຈີນ​ສືບ​ຕໍ່​​ເຕີບ​ໂຕຂຶ້ນ​ແລະ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຍົກ​ສູງ​ຂຶ້ນຢ່າງ​ສືບ​ເນື່ອງ, ​ເພັດ​ນິນ​ຈິນ​ດາ​ແລະ​ເຄື່ອງ​ເອ້​ຂອງ​ຈີນ​ໄດ້​ຈາກ​ສິນ​ຄ້າ​ຟຸມ​ເຟືອຍ​ກາຍ​ເປັນ​ເຄື່ອງ​ບໍ​ລິ​ໂພກ​ຂອງ​ປະ​ຊາ​ຊົນ​ທຳ​ມະ​ດາ​ສາ​ມັນ​ແລ້ວ.