ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-11 21:09:11    
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ໃຫ້​ສຳພາດ​ກ່ຽວ​ກັບ​ທ່ານ​ອາລາ​ຟັດ ປະທານ​ອົງການອຳນາດ​ແຫ່ງ​ຊາດ​ປ​າ​ເລັສຕີນ​ເຖິງ​ແກ່​ກຳ​ຍ້ອນ​​ເປັນ​ພະຍາດ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 11 ພະຈິກ, ​ໃນ​ງານ​ຊຸມ​ນຸມນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ນາງ​ຈັ່ງ​ສີ​​ເຢ້ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ສະ​ແດງ​ຄວາມ​ໄວ້ອາ​ໄລ​ຢ່າງ​ເສົ້າສະຫລົດ​ໃຈ​ຕໍ່​ທ່ານອາລາ​ຟັດ ປະທານ​ອົງການ​ອຳນາດ​ແຫ່ງຊາດ​ປາ​ເລັສຕີນ​ເຖິງ​ແກ່​ກຳ​ຢ່າງ​ບໍ່​ເປັນ​ຈັ່ງ​ບູນ.

ທ່ານ​ນາງ​ຈັ່ງ​ສີ​ເຢ້ກ່າວ​ວ່າ, ພາຍຫລັງ​ໄດ້​ຮັບ​ຂ່າວທີ່​ທ່ານ​ອາລາ​ຟັດ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ເຖິງ​ແກ່​ກຳ​ຢ່າງ​ບໍ່​ເປັນ​ຈັ່ງ​ບູນ​ແລ້ວ, ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ໄດ້​ຝາກ​ໂທລະ​ເລກ​ໄວ້​ອາ​ໄລ​​ໄປ​ໃນ​ທັງ​ທີ.

ທ່ານ​ນາງ​ຈັ່ງ​ສີ​ເຢ້ກ່າວ​ວ່າ, ການ​ບັນລຸ​​ສັນຕິພາບຢູ່​ພາກພ​ພື້ນຕາ​ເວັນ​ອອກ​ກາງ​ແມ່ນເປົ້າໝາຍສູ້​ຊົນ​ຊົ່ວ​ຊີວິດ​ຂອງ​ທ່ານ​ປະທານ​ອາລາ​ຟັດ, ​ແລະ​ກໍ​ແມ່ນ​ຄວາມ​ປາຖະໜາ​ຮ່ວມ​ຂອງ​ປະຊາຊົນ​ບັນດາ​ປະ​ເທດ​ຂອງ​ພາກພື້ນຕາ​ເວັນ​ອອກ​ກາງ. ການ​ຊັກ​ຊວນ​ສັນຕິພາບ​ແລະ​ຊຸກ​ຍູ້​ການ​ເຈລະຈາ​ແມ່ນ​ຫລັກ​ໝັ້ນ​ອັນ​ສະ​ເໝີ​ຕົ້ນສະ​ເໝີ​ປາຍຂອງຈີນ​ໃນ​ບັນຫາ​ຕາ​ເວັນ​ອອກ​ກາງ, ຈີນ​ມີ​ເຈດ​ຈຳນົງ​​ໃຫ້ຜ່ານ​ການ​ເຈລະຈາ​ທາງການ​ເມືອງ​ມາແກ້​ໄຂ​ການ​ວິວາດ​ກັນ​ລະຫວ່າງ​ປາ​ເລັສຕີນ​ກັບ​ອິດສະ​ລາ​​ແອນ​ໂດຍ​ສັນຕິ​ບົນ​ພື້ນຖານ​ຂອງ​ມະຕິ​ທີ່​ກ່ຽວຂ້ອງ​ຂອງ​ສະຫະ​ປະຊາ​ຊາດ​ແລະຫລັກການ​ເອົາດິນ​ແດນ​ແລກປ່ຽນ​ສັນຕິພາບ. ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ປະຊາ​ຄົມ​ໂລກ, ສືບຕໍ່ທຳ​ຄວາມພະຍາຍາມ​ເພື່ອບັນລຸ​ສັນຕິພາບ​ຢ່າງຮອບດ້ານ​ແລະ​ຖາວອນ​ຢູ່​ພາກພ​ພື້ນ​ຕາ​ເວັນ​ອອກ​ກາງ​ໂດຍ​ໄວ.