ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-24 16:35:28    
ຝ່າ​ຍຕຳຫຼວດ​ຈີນ​ແລະ​ໄທ​ຮ່ວມມື​ກັນ​ມ້າງ​ຄະດີ​ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາ​ດ​ໃຫຍ່​ພິ​ເສດລາຍ​ໜຶ່ງ

cri
ຕາມ​ຂ່າວCRI, ວັນ​ທີ24​ພະຈິກ, ນັກ​ຂ່າວ​ໄດ້​ຊາບ​ຈາກ​ງານ​ຖະ​ແຫຼ​ງຂ່າວ​ທີ່​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ວ່າ, ຫວ່າງ​ມໍ່ໆ​ນີ້, ຝ່າຍ​ຕຳຫຼວດຈີນ​ແລະ​ໄທ​ໄດ້​ຮ່ວມ​ມືກັນ​ມ້າງ​ຄະດີ​ຄ້າ​ຢາ​ເສບ​ຕິດ​ໃຫຍ່​ພິ​ເສດລາຍ​ໜຶ່ງ, ລວມ​ໄດ້​ຈັບ​ຕົວຜູ້​ຖືກ​ສົງ​ໄສ​ຕ້ອງ​ໂທດ8​ຄົນ, ຍຶດ​ໄດ້​​ເຮ​ໂລ​ອິນ460ກວ່າ​ກິ​ໂລ.

​ໃນ​ງານ​ຖະ​ແຫຼ​ງຂ່າວ, ທ່ານ​ເສິນ​ສຸນ​ຢີ ຮອງ​ຫົວໜ້າ​ກົມປາ​ບປາມ​ຢາ​ເສບຕິດ​ຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ສະ​ເໜີ​ໃຫ້​ຮູ້​ວ່າ, ​ຄະດີ​ນີ້ແມ່ນ​ມ້າງ​ໃນ​ທ້າຍ​ເດືອນ​ກັນຍາ​ປີ​ນີ້, ​ແມ່ນ​ຄະດີ​ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດ​ທີ່​ໃຫຍ່​ກວ່າ​ໝູ່​ທີ່​ຖືກ​ມ້າງ​ພາຍຫຼັງ​ຈີນ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ປາບ​ຢາ​ເສບ​ຕິດ​ໃນ​ທົ່ວ​ປະ​ເທດ​ໃນ​ເດືອນ​ກໍລະກົດ​ປີ​ນີ້​ເປັນ​ຕົ້ນ​ມາ, ກໍ່​ແມ່ນ​ຕົວຢ່າງ​ສຳ​ເລັດ​ຜົນ​ອີກ​ອັນໜຶ່ງ​ທີ່​ຝ່າຍ​ຕຳຫຼວດ​ຈີນ​ແລະ​ໄທ​ຮ່ວມ​ມື​ກັນປະ​ຕິ​ບັດ​ກົດໝາຍ​ປາບ​ປາມ​ຢາ​ເສບ​ຕິດ.