ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-21 21:08:13    
ການ​ຄ້າ​ຢູ່​​ເຂດຊາຍ​ແດນ​ແຂວງ​ຢຸນນານ​ໄດ້​ຮັບ​ຜົນ​ດີ​ເປັນ​ໜ້າ​ດີ​ໃຈ, ຍອດ​ມູນ​ຄ່າ​ການ​ຄ້າຂາ​ເຂົ້າຂາ​ອອກ​ໃນ​ໝົດ​ປີ​ໄດ້​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ເວລາ​ດຽວ​ກັນ​ໃນ​ປີ​ກາຍ 30% ຂຶ້ນ​ໄປ

cri Author: mo
ຕາມ​ຂ່າວCRI: ການ​ຄ້າ​ເສດຖະກິດ​ກັບ​ຕ່າງປະ​ເທດ​ຂອງ​​ເຂດ​ຍ່ອຍ​ເຕີ​ຫົງ​ແຂວງ​ຢຸນນານ​ໄດ້​ຮັບ​ຜົນງານ​ທີ່​ເປັນ​ໜ້າ​ດີ​ໃຈ, ​ມູນ​ຄ່າ​ການ​ຄ້າຂາ​ເຂົ້າຂາ​ອອກ​​ໃນ​ໝົດ​ປີ​ນີ້​ຈະ​ມີ 3 ຕື້ 800 ລ້ານ​ຢວນ, ​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​​ເວລາ​ດຽວ​ກັນ​ໃນ​ປີ​ກາຍ 30% ຂຶ້ນ​ໄປ.

ເຂດ​ຍ່ອຍ​ເຕີ​ຫົງ​ມີ​​ເມືອງ​ຢຸ້ຍລີ ​ເມືອງທ່າ​ຊັ້ນໜຶ່ງຂອງ​ລັດ​. ​ໃນ​​ເວລາ​ພັດທະນາ​ການ​ຄ້າກັບ​ອາຊຽນນັ້ນ, ບັນດາ​ຂະ​ແໜງ​ການພາລະ​ບົດບາດ​ຕ່າງໆ​ຂອງ​ເຂດ​ຍ່ອຍ​ເຕີ​ຫົງ​ໄດ້​ມີ​ແລວ​ຄວາມ​ຄິດ​ໃໝ່, ​ເຮັດ​ໃຫ້ການ​ຄ້າ​​ເຂດຊາຍ​ແດນ​​ແດ່​ຢ່າງ​ດຽວຂະ​ຫຍາ​ຍ​ເປັນ​ລະບົບ​​ໃໝ່​ແຫ່ງການ​ຄ້າ​​​ກັບ​ຕ່າງປະ​ເທດ​ທີ່​ເຮັດ​ໃຫ້ການ​ຄ້າ​ກັບ​ຕ່າງປະ​ເທດປະສານ​​ກັນກັບການ​ຮ່ວມ​ມື​ເສດຖະກິດເຕັກນິກ ​ກັບ​ຕ່າງປະ​ເທດ​. ຜ່າ​ນການ​ຄ້າ​ຂ້າມ​ຊາຍ​ແດນ​ແລະ​ການ​ຄ້າຂາຍ​ຕໍ່, ​ໄດ້​ບຸກ​ເບີກ​ຕະຫລາດ​​ໃນ​ປະ​ເທດ​ອາຊ​ຽນຄື​ໄທ​ແລະ​ຫວຽດນາມ​ເປັນຕົ້ນ, ​ໄດ້​ຊຸກ​ຍູ້​ໃຫ້​ການ​ຄ້າ​ກັບ​ຕ່າງປະ​ເທດ​ໃນທົ່ວ​ເຂດ​ຍ່ອຍ​​ມີ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ ​ປອດ​ໄສ​ແລະ​ແບບ​ຍືນ​ຍົງ.