|
ຕາມຂ່າວສານຊິນຮວາ: ວັນທີ 30 ທັນວາ ຢູ່ທີ່ປັກກິ່ງ ສະພາກາແດງຈີນປະກາດວ່າ,ວັນທີ 27 ແລະວັນທີ 30 ທັນວາ ອົງການດັ່ງກ່າວໄດ້ຕອບສະໜອງຄຳຮຽກຮ້ອງຂອງສະພາກາແດງແລະສະຫະພັນຊີກວົງເດືອນແດງສາກົນ,ບໍລິຈາກເງິນ 3 ແສນໂດລາສະຫະລັດເພື່ອຊ່ອຍຜູ້ປະສົບໄພແຜ່ນດິນໄຫວແລະຄື້ນທະເລຊູນາມີຢູ່ມະຫາສະໝຸດອິນເດຍ.
ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງສະພາກາແດງຈີນກ່າວວ່າ,ຍ້ອນວ່າໄພພິບັດຍັງເປີດກວ້າງອອກເລື້ອຍໆ,ສະພາກາແດງຈີນໄດ້ຕົກລົງອອກຄຳຮຽກຮ້ອງບໍລິຈາກເງິນໂດຍດ່ວນຢູ່ພາຍໃນປະເທດຈີນ,ແລະຕັ້ງໂທລະສັບສາຍດ່ວນຮັບບໍລິຈາກກູ້ໄພ,ໄດ້ຕັ້ງກົ້ງບັນຊີສະເພາະຮັບບໍລິຈາກເງິນຈາກວົງການຕ່າງໆໃນສັງຄົມ.
|