|
ຕາມຂ່າວCRI ,ວັນທີ 30 ທັນວາ,ໃນງານຊຸມນຸມນັກຂ່າວທີ່ຈັດຂຶ້ນເປັນປະຈຳຢູ່ປັກກິ່ງ,ທ່ານລິວຈ້ຽນສາວ ໂຄສົກກະຊວງການຕ່າງປະເທດຈີນໄດ້ແນະນຳສະພາບຂອງລັດຖະບານຈີນຊ່ອຍເຫຼືອປະເທດປະສົບໄພຫຼັງຈາກເກີດແຜ່ນດິນໄຫວແລະຄື້ນທະເລຊູນາມີຢູ່ມະຫາສະຫມຸດອິນເດຍ,ທ່ານກ່າວວ່າ,ຈີນໄດ້ສົ່ງກອງກອບກູ້ປິ່ນປົວໄປເຂດປະສົບໄພເພື່ອຊ່ອຍກູ້ໄພ
ທ່ານລິວຈ້ຽນສາວແນະນຳວ່າ,ກອງກອບກູ້ສາກົນກອງຫນຶ່ງທີ່ປະກອບດ້ວຍ 35 ຄົນໂດຍກົມອຸຕຸນິຍົມແຫ່ງຊາດຈີນຈະເດີນທາງໄປເຮັດວຽກກອບກູ້ຢູ່ເຂດປະສົບໄພຢູ່ອິນໂດເນເຊຍ.ພະນັກງານປິ່ນປົວ 10 ກວ່າຄົນທີ່ກະຊວງສາທາລະນະສຸກຈີນຈັດຕັ້ງຈະອອກເດີນທາງໄປໄທໃນຕອນຄ່ຳວັນທີ 30 ເພື່ອໃຫ້ຊ່ອຍເຫຼືອກອບກູ້,ກອງປິ່ນປົວອີກກອງກໍ່ຈະເດີນທາງໄປໄທໃນວັນທີ 31 ,ຜູ່ຊ່ຽວຊານກວດແຊນDNA 5 ຄົນຂອງສະພາບັນດິດວິທະຍາສາດຈີນກໍຈະຂີ່ຍົນໄປເຂດປະສົບໄພຂອງໄທໃນຕອນຄ່ຳວັນທີ 30ເພື່ອຊ່ອຍເຫຼືອໃຫ້ຈຳແນກຜູ່ປະສົບເຄາະຮ້າຍ.
ໃນສະເພາະຫນ້ານີ້,ພັດສະດຸຊ່ອຍເຫຼືອງວດທີສອງຂອງລັດຖະບານຈີນຈະສົ່ງໄປຮອດແຂວງຊູມັດຕຼາເຫນືອຂອງອິນໂດເນເຊຍໃນຕອນຄ່ຳວັນທີ 30 ທັນວາ.
|