|
ສະພາກາແດງຈີນສະໜອງການຊ່ອຍເຫຼືອດ່ວນເປັນເທື່ອທີສາມແກ່ປະເທດປະສົບໄພຢູ່ພາກພື້ນມະຫາສະໝຸດອິນເດຍ
cri
Author: q
ຕາມຂ່າວສານຊິນຮວາ,ວັນທີ30ທັນວາ,ສະພາກາແດງຈີນປະກາດວ່າ,ສະພາດັ່ງກ່າວໄດ້ເລີ່ມຈາກມະນຸດສະທຳ,ຕົກລົງຈະໃຫ້ການຊ່ອຍເຫຼືອອີກເທື່ອໜຶ່ງຄືບໍລິຈາກເງິນຊ່ອຍເຫຼືອດ່ວນ3ແສນ4ໝື່ນໂດລາສະຫະລັດແກ່ສະພາກາແດງຂອງ6ປະເທດທີ່ປະສົບໄພຂ້ອນຂ້າງໜັກຍ້ອນແຜ່ນດິນໄຫວແລະຄື້ນທະເລຊູນາມີທີ່ມະຫາສະໝຸດອິນເດຍຄື ສີລັງກາ,ອິນໂດເນເຊຍ,ອິນເດຍ,ໄທ,ມຽນມາແລະມານດີວ.
ນີ້ແມ່ນສະພາກາແດງຈີນບໍລິຈາກເງິນໃຫ້ເຂດດັ່ງກ່າວເປັນເທື່ອທີສາມພາຍຫຼັງເກີດໄພພິບັດແຜ່ນດິນໄຫວແລະຄື້ນທະເລຊູນາມີຢູ່ມະຫາສະໝຸດອິນເດຍໃນວັນທີ26ທັນວາ.ການບໍລິຈາກເງິນສາມເທື່ອລວມມີ6ແສນ4ໝື່ນໂດລາສະຫະລັດ.
ສະພາກາແດງຈີນໄດ້ປະກາດຄວາມຮຽກຮ້ອງດ່ວນຕໍ່ທົ່ວປະເທດ,ລະດົມໃຫ້ສະພາກາແດງທຸກຂັ້ນໃນທົ່ວປະເທດຈີນຕັ້ງໜ້າດຳເນີນການເຄື່ອນໄຫວບໍລິຈາກເງິນ,ສະໜອງການຊ່ອຍເຫຼືອແບບມະນຸດສະທຳແກ່ປະເທດແລະປະຊາຊົນທີ່ປະສົບໄພ.ໃນຫຼາຍມື້ມານີ້,ບຸກຄົນວົງການຕ່າງໆຂອງຈີນໄດ້ທະຍອຍກັນຝາກໂທລະເລກໄປຍັງສະພາກາແດງຈີນ,ກ່າວວ່າຍິນດີຊ່ອຍເຫຼືອປະຊາຊົນຜູ້ປະສົບໄພ.
|
|