|
ນາຍົກລັດຖະມົນຕີຈີນກ່າວວ່າ,ຈີນຈະເພີ່ມເງິນຊ່ອຍເຫຼືອອີກ 500 ລ້ານຢວນໃຫ້ປະເທດທີ່ປະສົບໄພແຜ່ນດິນໄຫວແລະຄື້ນທະເລຊູນາມີຢູ່ມະຫາສະໝຸດອິນເດຍ
cri
Author: li
ຕາມຂ່າວ CRI: ວັນທີ 31 ທັນວາ ຢູ່ທີ່ປັກກິ່ງ ໃນເວລາທ່ານເວີນເຈຍປາວ ນາຍົກລັດຖະມົນຕີຈີນພົບປະທູຕານຸທູດຂອງປະເທດທີ່ປະສົບໄພແຜ່ນດິນໄຫວແລະຄື້ນທະເລຊູນາມີມະຫາສະໝຸດອິນເດຍແລະຜູ້ຕາງໜ້າຂອງບາງອົງການຈັດຕັ້ງສາກົນປະຈຳຈີນນັ້ນ ທ່ານກ່າວວ່າ,ບົນພື້ນຖານຊ່ອຍເຫຼືອທີ່ໃຫ້ໄປແລ້ວ,ຈີນຈະເພີ່ມເງິນຊ່ອຍເຫຼືອອີກ 500 ລ້ານຢວນໃຫ້ປະເທດທີ່ປະສົບໄພ,ແລະອີງຕາມຄວາມຕ້ອງການຂອງບັນດາປະເທດ,ຈະແຕ່ງໜ່ວຍກອບກູ້ໄປຊ່ອຍຢູ່ທຸກເວລາ.
ໃນເວລາກ່າວເຖິງໄພພິບັດທີ່ເກີດຂຶ້ນກະທັນຫັນ,ທ່ານເວີນເຈຍປາວຕາງໜ້າລັດຖະບານແລະປະຊາຊົນຈີນສະແດງຄວາມຖາມຂ່າວຢ່າງເລິກເຊິ່ງຕໍ່ປະເທດແລະປະຊາຊົນທີ່ປະສົບໄພ.ທ່ານເວົ້າວ່າ:
"ໄພພິບັດບັ້ນນີ້ໄດ້ເຮັດໃຫ້ປະຊາຊົນຈີນທຸກຄົນເປັນຫ່ວງນຳ. ຂ້າພະເຈົ້າຕາງໜ້າລັດຖະບານແລະປະຊາຊົນຈີນ ສະແດງຄວາມຖາມຂ່າວຢ່າງເລິກເຊິ່ງຕໍ່ປະເທດແລະປະຊາຊົນທີ່ປະສົບໄພ,ສະແດງຄວາມໄວ້ອາໄລຢ່າງເສົ້າສະຫຼົດໃຈຕໍ່ຜູ້ປະສົບເຄາະຮ້າຍໃນໄພພິບັດບັ້ນນີ້."
ທ່ານຍັງກ່າວວ່າ,ຈະອີງຕາມສະພາບຫຼ້າສຸດ,ໃຫ້ການຊ່ອຍເຫຼືອຕື່ມອີກແກ່ປະເທດທີ່ປະສົບໄພຢູ່ທຸກເວລາ.
ທ່ານອາ ຄຸສເຕຍ ເອກອັກຄະລັດຖະທູດອິນໂດເນເຊຍປະຈຳຈີນໄດ້ຕາງໜ້າບັນດາປະເທດທີ່ປະສົບໄພສະແດງຄວາມຂອບໃຈດ້ວຍຄວາມຈິງໃຈຕໍ່ຈີນ.ທ່ານເວົ້າວ່າ:
"ພວກເຮົາຂໍຂອບໃຈດ້ວຍຄວາມຈິງໃຈຕໍ່ລັດຖະບານແລະປະຊາຊົນຈີນທີ່ໄດ້ສະແດງຄວາມເຫັນອົກເຫັນໃຈຕໍ່ພວກເຮົາແລະໃຫ້ການຊ່ອຍເຫຼືອແກ່ພວກເຮົາ. ພວກເຈົ້າໄດ້ສະແດງຄວາມຮັກແພງແລະຄວາມສາມັກຄີຖານອ້າຍນ້ອງຕໍ່ປະຊາຊົນປະເທດທີ່ປະສົບໄພພວກເຮົາ,ພວກເຮົາຂໍຂອບໃຈເປັນຢ່າງຍິ່ງ,ທັງນີ້ຈະເປັນການໃຫ້ກຳລັງໃຈຫຼາຍທີ່ສຸດຕໍ່ຜູ້ປະສົບໄພ.
ສຸດທ້າຍ ທ່ານເວີ່ນເຈຍປາວໄດ້ສະແດງຄວາມຕັດສິນໃຈທີ່ຈະພ້ອມໃຈຮ່ວມແຮງກັບປະຊາຄົມໂລກ ເຮັດວຽກກູ້ໄພໃຫ້ດີ.
|
|