ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-31 22:16:29    
ນັກ​ສຶກ​ສາ​​ຂອງ​ປະ​ເທດ​ປະ​ສົບ​ໄພ​ຄື້ນ​ທະ​ເລ​ຊູ​ນາ​ມີ​ທີ່​ຮຽນ​ຢູ່​ຈີນ​ໄດ້​ຮັບ​ການ​ເບິ່ງ​ແຍງ​ຈາກ​ຈີນ

cri Author: zl
ວັນ​ທີ 31 ທັນ​ວາ,​ຂ່າວ​ສານ​ຊິນ​ຮວາ​ລາຍ​ງານ​ວ່າ,​ແຕ່​ເກີດ​ຄື້ນ​ທະ​ເລ​ຊູ​ນາ​ມີ​ມາ​ນີ້,​ໂຮງ​ຮຽນ​ຊັ້ນ​ສູງ​​ໃນນະ​ຄອນ​ປັກ​ກິ່ງ,​ໄດ້​ເອົາ​ໃຈ​ໃສ່​ແລະ​​ໃຫ້​ຄວາມ​ຊ່ອຍ​ເຫຼືອ​​ແກ່ນັກ​ສຶກ​ສາ​ປະ​ເທດ​ປະ​ສົບ​ໄພ​ທີ່​ຮຽນ​ຢູ່​ຈີນ.​ມະ​ຫາ​ວິທະ​ຍາ​ໄລ​ພາສາ​ປັກ​ກິ່ງ​ຍັງ​​​ເບິ່ງ​ແຍງ​​ເປັນພິ​ເສດ​ຕໍ່​ນັກ​ສຶກ​ສາ​ທີ່​ຄອບ​ຄົວ​ປະ​ສົບ​ໄພ​ເຊັ່ນ​ອະນຸ​ຍາດ​ໃຫ້​​ເລື່ອນ​ເວລາ​ສອບ​​ເສັງ​ເປັນ​ຕົ້ນ.

ຕາມ​ໄດ້​ຊາບ,​ປະຈຸ​ບັນ​ຢູ່​ໂຮງ​ຮຽນ​ດັ່ງ​ກ່າວ,​ມີນັກ​ສຶກ​ສາ​ທີ່​ມາ​ຈາກ​ເຂດ​ປະ​ສົບ​ໄພ​ລວມ 761 ຄົນ.​ຜູ້​ຮັບ​ຜິດ​ຊອບ​ຂອງ​ໂຮງ​ຮຽນ​ໄດ້​ຖາມ​ຂ່າວ​ນຳ​ນັກ​ສຶກ​ສາ​ຂອງ​ໄທ ອິນ​ໂດ​ເນ​ເຊຍ ສີ​ລັງກາ​ແລະ​ອິນ​ເດຍ​ເປັນ​ຕົ້ນ.

​ເພື່ອ​ກອບ​ກູ້​ຜູ້​ປະສົບ​ໄພ,​ໂຮງ​ຮຽນ​ຊັ້ນ​ສູງ​ສ່ວນ​ໜຶ່ງ​ຍັງ​ຈັດ​ໃຫ້​ມີ​ການ​ບໍລິ​ຈາກ​​ເງິນ​ໂດຍດ່ວນ,ນັກ​ສຶກ​ສາ​ຫຼວງ​ຫຼາຍ​ທີ່​ມາ​ຈາກ​ເຂດ​ເອີ​ລົບ​ອາ​ເມ​ລິ​ກາ​ ຍີ່ປຸ່ນ ສ.​ເກົາ​ຫຼີ​ແລະ​ປະ​ເທດ​ປະສົບ​ໄພ,​ໄດ້​ພ້ອມ​ກັນ​ກັບ​ຄູ​ແລະ​ນັກ​ສຶກ​ສາ​ຈີນ​ເຂົ້າ​ຮ່ວມ​ຖັນ​ແຖວ​ຜູ້​ສະ​ໝັກ​ບໍລິ​ຈາກ​ເງິນ.