|
ຕາມຂ່າວສານຊິນຮວາ,ວັນທີ 6 ມັງກອນ,ທ່ານເຈິ່ງອິນຊວນ ຫົວຫນ້າກົມວຽກງານການເມືອງຂອງອົງການປົກຄອງເຂດພິເສດຮົງກົງໄດ້ກ່າວວ່າ, ໃນກອງປະຊຸມວິສາມັນຜູ່ນຳອາຊຽນກ່ຽວກັບບັນຫາຫຼັງໄພແຜ່ນດິນໄຫວແລະຄື້ນທະເລຊູນາມີທີ່ຈັດຂຶ້ນຢູ່ຢາກາກຕາ ທ່ານເວີ່ນເຈ່ຍປາວ ນາຍົກລັດ ຖະມົນຕີຈີນໄດ້ສະເຫນີໃຫ້ສ້າງຕັ້ງກົນໄກເຕືອນໄພແລະອື່ນໆ,ອົງການປົກຄອງເຂດພິເສດຮົງກົງຈະສຸມກຳລັງສົມທົບວຽກງານທີ່ກ່ຽວຂ້ອງ
ທ່ານເຈີ່ນອິນຊວນກ່າວວ່າ,ໃນດ້ານເຫດການໄພພິບັດຄຼື້ນທະເລຊູນາມີ, ອົງການປົກຄອງເຂດພິເສດໄດ້ພະຍາຍາມສຸດຂີດຕອບສະຫນອງໂດຍໄວທີ່ສຸດ.ພ້ອມກັນນັ້ນ,ອົງການປົກຄອງເຂດພິເສດໄດ້ເບີກເອົາເງິນ 17 ລ້ານກວ່າໂດລາຮົງກົງຈາກເງິນສົງເຄາະໄພພິບັດ,ຜ່ານອົງການບໍ່ແມ່ນລັດຖະບານໃນໂລກ ສະຫນອງພັດສະດຸຊ່ອຍເຫຼືອໃຫ້ຜູ່ປະສົບໄພຂອງອິນໂດເນເຊຍ ອິນເດຍແລະສີລັງກາ
|