|
|
 |
| (GMT+08:00)
2005-01-11 17:55:04
|
|
ມາກາວບໍລິຈາກເງິນເກືອບ 20 ລ້ານປາຕາກາໃຫ້ເຂດປະສົບໄພຄື້ນທະເລຊູນາມີມະຫາສະໝຸດອິນເດຍ
cri
Author: li
ຕາມຂ່າວສານຊິນຮວາ: ນັບມາຮອດວັນທີ 10 ມັງກອນ ສະພາກາແດງມາກາວໄດ້ຮັບເງິນບໍລິຈາກເກືອບ 20 ລ້ານປາຕາກາເງິນມາກາວທີ່ບຸກຄົນວົງການຕ່າງໆບໍລິຈາກໃຫ້ເຂດປະສົບໄພແຜ່ນດິນໄຫວແລະຄື້ນທະເລຊູນາມີມະຫາສະໝຸດອິນເດຍ.
ຕາມໄດ້ຊາບ,ຫຼັງຈາກເກີດໄພແຜ່ນດິນໄຫວແລະຄື້ນທະເລຊູນາມີມະຫາສະໝຸດອິນເດຍເມື່ອທ້າຍປີ 2004 ແລ້ວ,ໄທເມືອງມາກາວອັນໄພສານໄດ້ຈັດໃຫ້ມີການເຄື່ອນໄຫວ ຮູບການຕ່າງໆບໍລິຈາກເຄື່ອງຂອງເງິນຄຳເພື່ອກູ້ໄພ. ປັດຈຸບັນ ການບໍລິຈາກເງິນຂອງວົງການຕ່າງໆຢູ່ມາກາວຍັງພວມດຳເນີນຢູ່ຕໍ່ມາ.
|
|
|