|
|
 |
| (GMT+08:00)
2005-01-12 20:29:22
|
|
ແຊມປຽນໂລກກິລາປິງປ່ອງແລະແບັດມິນຕັນຂອງຈີນຈະຈັດການແຂ່ງຂັນເພື່ອບຳເພັນກຸສົນໃຫ້ເຂດປະສົບໄພມະຫາສະໝຸດອິນເດຍ
cri
Author: li
ຕາມຂ່າວ CRI: ວັນທີ 12 ມັງກອນ ນັກຂ່າວໄດ້ຊາບຈາກສູນກິລາປິ່ງປ່ອງແລະແບັດມິນຕັນແຫ່ງກົມໃຫຍ່ກິລາແຫ່ງຊາດຈີນວ່າ,ວັນທີ 15 ມັງກອນ ຢູ່ທີ່ປັກກິ່ງ ແຊມປຽນໂອລິມປິກແລະແຊມປຽນໂລກ 40 ຄົນຂອງທິມປິ່ງປ່ອງແລະທີມແບັດມິນຕັນຈີນຈະຈັດການແຂ່ງຂັນຮອບໜຶ່ງເພື່ອບໍລິຈາກເງິນໃຫ້ປະຊາຊົນຜູ້ປະສົບໄພຄື້ນທະເລຊູນາມີມະຫາສະໝຸດອິນເດຍ.
ເຂົ້າຮ່ວມການແຂ່ງຂັນເທື່ອນີ້ ນອກຈາກນັກກິລາແລະຄູເຝິກລະດັບຊາດຂອງສອງທິມດັ່ງກ່າວແລ້ວ,ຍັງມີນັກກິລາອາວຸໂສທີ່ມີຊື່ສຽງຫຼາຍທ່ານ. ໃນໄລຍະແຂ່ງຂັນ,ດາລາທີ່ເຂົ້າຮ່ວມການແຂ່ງຂັນຍັງເອົາຊຸດກິລາທີ່ຕົນເຄີຍໃສ່ແລະໄມ້ລາແກັດທີ່ເຄີຍໃຊ້ໃນການແຂ່ງຂັນສາກົນອອກມາຂາຍເອົາເງິນກູ້ສົນ. ເງິນທີ່ບໍລິຈາກໄດ້ເທື່ອນີ້ຈະຜ່ານສະພາກາແດງຈີນສົ່ງໄປໃຫ້ເຂດປະສົບໄພ.
|
|
|