|
|
 |
| (GMT+08:00)
2005-01-13 20:27:04
|
 |
|
ທ່ານຂົງຊວນແຈ້ງສະພາບກ່ຽວກັບຄະນະທັດສະນະສຶກສາຖາມຂ່າວຂອງລັດຖະບານຈີນທີ່ໄປປະເທດປະສົບໄພຄື້ນທະເລຊູນາມີມະຫາສະໝຸດອິນເດຍ
cri
Author: li
ຕາມຂ່າວ CRI: ໃນງານຊຸມນຸມນັກຂ່າວທີ່ຈັດຂຶ້ນເປັນປະຈຳຢູ່ປັກກິ່ງໃນວັນທີ 13 ມັງກອນ ທ່ານຂົງຊວນ ໂຄສົກກະຊວງການຕ່າງປະເທດຈີນໄດ້ແນະນຳສະພາບກ່ຽວກັບຄະນະທັດສະນະສຶກສາຖາມຂ່າວຂອງລັດຖະບານຈີນທີ່ໄປປະເທດປະສົບໄພຄື້ນທະເລຊູນາມີຕາມຄຳຮຽກຮ້ອງຂອງນັກຂ່າວ.
ທ່ານຂົງຊວນເວົ້າວ່າ,ປັດຈຸບັນ ຄະນະດັ່ງກ່າວພວມຈະເດີນທາງໄປພູເກັດຂອງໄທ. ກ່ອນໜ້ານີ້ ຄະນະດັ່ງກ່າວໄດ້ເຮັດວຽກຢູ່ອິນໂດເນເຊຍ,ມານດີວແລະສີລັງກາ. ທ່ານຂົງຊວນເວົ້າວ່າ,ຄະນະດັ່ງກ່າວແມ່ນຕາງໜ້າໃຫ້ແກ່ລັດຖະບານຈີນໄປທັດສະນະສຶກສາແລະຢ້ຽມຢາມຖາມຂ່າວຢູ່ປະເທດປະສົບໄພ,ຈຸດປະສົງແມ່ນນຳເອົາຄວາມຖາມຂ່າວຂອງປະຊາຊົນຈີນໄປຍັງປະຊາຊົນປະເທດເຫຼົ່ານີ້,ແລະຊອກຮູ້ສະພາບໄພພິບັດແລະຄວາມຕ້ອງໃນດ້ານການກູ້ໄພ,ເພື່ອໃຫ້ຝ່າຍຈີນສະໜອງການຊ່ອຍເຫຼືອຕາມຄວາມຕ້ອງການຕົວຈິງຂອງລັດຖະບານແລະປະຊາຊົນປະເທດປະສົບໄພແລະໂຄງຄວາມຄຶດຂອງພວກເຂົາເຈົ້າໃນການສ້າງສາບ້ານເມືອງຄືນໃໝ່ໃນພາຍໜ້າ.
|
|
|