ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-14 17:36:51    
ພະນັກງານ​ວິທະຍຸCRIບໍລິຈາກ​ເງິນ​ໃຫ້​ຜູ້​ຟັງ​ສີ​ລັງກາທີ່​ປະສົບ​ໄພ

cri Author: li
​ຕາມ​ຂ່າວ CRI: ວັນ​ທີ 14 ມັງກອນ ປະທານ​ກຳມະບານ​ວິທະຍຸ​CRI​ພວກ​ເຮົາ​ໄດ້​ຝາກ​ໃຫ້​ທ່ານ​ອິນດຼານານ​ດາ ອາ​ບາຍ​ເຊ​ເກ​ລາ ປະທານ​ສະມາຄົມ​ຜູ້​ຟັງ​ພາສາ​ສິງຫົນ​ທີ່​ມາ​ຢາມ​ວິທະຍຸ​ພວກ​ເຮົາ,ນຳ​ເອົາ​ເງິນ​ 2 ໝື່ນ 8 ພັນ​ກວ່າ​ຢວນທີ່​ພະນັກງານ​ວິທະຍຸ​CRI​ບໍລິຈາກ​ໃຫ້​ຜູ້​ຟັງ​ສີ​ລັງກາ​ທີ່​ປະສົບ​ໄພ​ໃນ​ຄື້ນທະ​ເລ​ຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍ.

ທ່ານອິນດຼານານ​ດາ​ເວົ້າວ່າ,ການ​ກະຈາຍສຽງ​ພາກ​ພາສາ​ສິງ​ຫົນ​ຂອງ​ວິທະຍຸ CRI ມີ​ຜູ້​ຟັງຫຼາຍ​ແສນ​ຄົນ,ພວກ​ເຂົາ​ເຈົ້າ​ໄດ້​ຍ້ອງຍໍ​​ໃນ​ລະດັບ​ສູງ​ຕໍ່ວິທະຍຸ CRI ​ທີ່​ໄດ້​ລາຍ​ງານ​ຂ່າວ​ຢ່າງ​ຫຼວງ​ຫຼາຍ​ພາຍ​ຫຼັງ​ເກີດ​ໄພ​ຄື້ນທະ​ເລ​ຊູນ​າມີ​ແລ້ວ,​ແລະສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ນຳ​ວິທະຍຸ​CRI​ທີ່​​ໄດ້ໃຫ້ການ​ຊ່ອຍ​ເຫຼືອ​ແກ່​ພວກ​ເຂົາ​ເຈົ້າ,ຫຼັງຈາກ​ທ່ານ​ກັບ​ຄືນ​ປະ​ເທດ​ແລ້ວ,ທ່ານ​ຈະ​ມອບ​ເງິນ​ບໍລິຈາກ​ຂອງ​ພະນັກງານ​ວິທະຍຸ CRI ​ໃຫ້​ຜູ້​ຟັງ​ທີ່​ປະສົບ​ໄພ.