ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-24 10:38:54    
ຈີນ​ຈະ​ແຕ່ງ​ກອງ​ກອບ​ກູ້​ປິ່ນປົວ​ກອງ​ທີ4​ໄປ​ດຳ​ເນີນ​ການ​ກອບ​ກູ້​ຢູ່​ເຂດ​ປະສົບ​ໄພ​ຄື້ນຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍ

cri Author: q
ຕາມ​ຂ່າວສານ​ຈີນ,ວັນ​ທີ23​ມັງກອນ,ນັກ​ຂ່າວ​ໄດ້​ຊາ​ບຈາກ​ກະຊວງ​ສາທາລະນະ​ສຸກ​ຈີນ​ວ່າ,ກອງ​ກອບ​ກູ້​ປິ່ນ​ປົວ​ກອງ​ທີ4​ຂອງ​ຈີນ​ຈະ​ອອກ​ເດີນທາງ​​ໃນ​ວັນ​ທີ25​ມັງກອນ,​ເພື່ອ​ໄປ​ກອບ​ກູ້​ປິ່ນປົວ​ຢູ່​ເຂດ​ປະສົບ​ໄພ​ຄື້ນຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​​ເດຍຢູ່​ອິນ​ໂດ​ເນ​ເຊຍ.

ພາຍຫຼັງ​ໄພພິບັດ​ຄື້ນທະ​ເລ​ຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍ​ເກີດ​ຂຶ້ນ​ແລ້ວ,ຈີນ​ໄດ້​ສົ່ງ​ກອງ​ກອບ​ກູ້​ປິ່ນປົວ3ກອງ​ໄປ​ເຂດ​ປະສົບ​ໄພ.ສະມາຊິກ​ກອງ​ປິ່ນປົວ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ,​ເຮັດ​ວຽກ​ຢ່າງ​​ເອົາ​ການ​ເອົາ​ງານ,ກອບ​ກູ້​ປິ່ນປົວຜູ້​ປະສົບ​ໄພ​ຢ່າງ​ຕັ້ງໜ້າ,​ແລະ​ເຂົ້າ​ຮ່ວມ​ການ​ສ້າງ​ສາ​ຄືນ​ໃໝ່​ຫຼັງ​ໄພພິບັດ,​ໄດ້​ຮັບ​ການ​ຕີ​ລາຄາ​​ເປັນ​ຢ່າງດີ​.