|
ຕາມຂ່າວ CRI ,ວັນທີ 26 ມັງກອນ ຢູ່ທີ່ປັກກິ່ງ,ທ່ານເສີນຈ້ຽນມິນ ຫົວຫນ້າກົມແຜ່ນດິນໄຫວແຫ່ງຊາດຈີນກ່າວວ່າ,ຈີນຈະສ້າງສາລະບົບເຕືອນໄພແຜ່ນດິນໄຫວແລະຄື້ນຊູນາມີສົມບູນກວ່າເກົ່າ
ທ່ານເສີນຈ້ຽນມິນກ່າວວ່າ,ປັດໄຈທີ່ພາໃຫ້ເກີດຄື້ນຊູນາມີຕົ້ນຕໍແມ່ນແຜ່ນດິນໄຫວ ຄຶ້ນທະເລລົມພະຍຸແລະພູໄຟຢູ່ພື້ນທະເລໄດ້ລະເບີດ.ຫວ່າງມໍ່ໆນີ້,ຈີນໄດ້ສ້າງຕັ້ງລະບົບຕິດຕາມວັດແທກແຜ່ນດິນໄຫວແລະລະບົບຕິດຕາມວັດແທກລົມພະຍຸຢູ່ເຂດຝັ່ງທະເລ,ສາມາດຕິດຕາມວັດແທກການກຳເນີດເກີດຂຶ້ນຂອງຄື້ນຊູນາມີໃນລະດັບໃດຫນຶ່ງ,ແຕ່ການຕິດຕາມວັດແທກດັ່ງກ່າວຍັງບໍ່ພໍເທື່ອ,ຈີນພວມລົງມືສ້າງຕັ້ງລະບົບເຕືອນໄພແຜ່ນດິນໄຫວແລະຄື້ນຊູນາມີສົມ ບູນກວ່າເກົ່າ
|