|
ຕາມຂ່າວCRI ວັນທີ 31 ມັງກອນ,ຢູ່ທີ່ປັກກິ່ງ,ທ່ານຊົງຊວນ ໂຄສົກຖະແຫຼງຂ່າວຂອງກະຊວງການຄ້າຈີນກ່າວວ່າ,ນັບມາຮອດປະຈຸບັນ,ລັດຖະບານຈີນໄດ້ມອບພັດສະດຸກອບກູ້ແລະເງິນຊ່ອຍເຫຼືອສ້າງສາຄືນໃຫມສ່ວນຫຼາຍໃຫ້ປະເທດປະສົບໄພຄື້ນຊູນາແລ້ວ
ທ່ານຊົງຊວນກ່າວວ່າ,ຫຼັງຈາກເກີດໄພພິບັດແລ້ວ, ລັດຖະບານຈີນກໍ່ໄດ້ປະກາດໂລດວ່າຈະໃຫ້ການຊ່ອຍເຫຼືອທີ່ມີມູນຄ່າ 21 ລ້ານກວ່າຢວນ ປະຈຸບັນໄດ້ຈ່າຍໃຫ້ປະເທດປະສົບໄພທັງຫມົດແລ້ວ,ເງິນຊ່ອຍເຫຼືອເພີ່ມ 500 ລ້ານຢວນກໍ່ໄດ້ຈ່າຍໄປແລ້ວ 50% ຂຶ້ນໄປ,ເງິນບໍລິຈາກ 20 ລ້ານໂດລາສະຫະລັດໃຊ້ຊ່ອຍເຫຼືອຫຼາຍຝ່າຍ,ກໍພວມດຳເນີນຢູ່,ທ່ານຊົງຊວນກ່າວເນັ້ນພິເສດວ່າ,ຈີນໄດ້ໃຊ່ຫຼາຍມາດຕະການຮັບປະກັນໃຫ້ສົ່ງພັດສະດຸຊ່ອຍເຫຼືອໃຫ້ປະເທດປະສົບໄພຕາມເວລາກຳນົດຢ່າງຄົບຈຳນວນແລະຮັບປະກັນຄຸນນະພາບ
|