ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-01 11:01:43    
ອົງ​ການ​ກຸ​ສົນ​ຈີນ​ໄດ້​ເບີກ​ເງິນ​ບໍລິ​ຈາກ​55​ລ້ານ​ຢວນ​ໃຫ້​ປະ​ເທດ​ປະ​ສົບ​ໄພ​ຄື້ນ​ຊູ​ນາ​ມີ​ມະ​ຫາ​ສະ​ໝຸດ​ອິນ​ເດຍ

cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ31​ມັງກອນ, ນັກ​ຂ່າວ​ຊາບ​ຈາກ​ອົງການ​ກຸ​ສົນ​ຈີນວ່າ, ອົງການ​ກຸ​ສົນ​ຈີນ​ໄດ້​ໂອນ​ເງິ​ນບໍລິຈາ​ກ55ລ້ານ​ຢວນ​​ເຂົ້າ​ບັນຊີ​ຂອງ​ສະຖານ​ທູດ​ອິນ​​ໂດ​ເນ​ເຊຍ ສີ​ລັງກາ ​ໄທ ມຽນມາ​​ແລະ​ມາ​ເລ​ເຊຍ​ປະຈຳ​ຈີນ​ຕາມກຳນົດ.

ທ່ານ ຟ້າ​ນປາວ​ຈູ​ນ ປະ​ທານອົງການ​ກຸ​ສົນ​ຈີນ​ເວົ້າ​ວ່າ, ​ໃນ​ຫວ່າງມໍ່ໆ​ນີ້, ອົງການ​ກຸ​ສົນ​ຈີນ​ຈະ​ແຕ່ງ​ໜ່ວຍ​ສຳ​ຫຼວດ​ໄປ​ເຂດ​ປະສົບ​ໄພ​ອິນ​ໂດ​ເນ​ເຊຍ​​ເພື່ອ​ຢື້ຢາມ​ຖາມ​ຂ່າວ, ພ້ອມ​ທັງ​ປຶກສາ​ຫາລື​ວຽກ​ງານ​ຊ່ອຍ​ກອບ​ກູ້​ໄພ​ກັບ​ອົງການ​ພື້ນ​ເມືອງ. ອົງການ​ກຸ​ສົນ​ຈີນ​ຈະຈ່າຍ​ເງິນ​ບໍ​ລິ​ຈາກ​ທີ່​ເຫຼືອ​ຢູ່​​ໄປ​ປະ​ເທດ​ປະສົບ​ໄພ​ຕາມ​ຄວາມ​ຕ້ອງການ​ບົນ​ພື້ນຖານສຳ​ຫຼວດ​ຄົ້ນຄວ້າ​.

ນັບມາ​ຮອດ​ປະຈຸ​ບັນ, ​ເງິນ​ສັງ​ຄົມບໍລິຈາກ​ທີ່​ຂຶ້ນ​ບັນຊີ​ຂອງ​ອົງການ​ກຸ​ສົນ​ຈີນ​ລວມມີ140​ລ້ານ​ຢວນ.