ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-01 17:55:57    
ຈີນ​ສົ່ງ​ເສີມ​ນັກ​ສຶກ​ສາ​ທີ່​ໄປ​ຮຽນ​ຢູ່​ຕ່າງປະ​ເທດ​ກັບ​ຄືນ​ມາ​ຮັບ​ໃຊ້​ປະ​ເທດ​ຊາດ​ດ້ວຍ​ຫລາຍ​ຮູບ​ການ

cri Author: sayvanny
ຕາມຂ່າວ CRI:ຫວ່າງ​ມໍ່ໆ​ນີ້ ທ່ານ​ຮານ​ສີ​ເຕີ ຮອງ​ປະທານຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ປະທານ​ສະມາຄົມ​ນັກ​ສຶກສາ​ຈີນ​ທີ່​ຮຽນ​ຢູ່​ເອີ​ລົບ​ອາ​ເມ​ລິ​ກາ​ແລະ​ສະມາ​ຄົມ​ມິດຕະພາບ​ນັກ​ສຶກສາ​ຈີນ​ທີ່​ຮຽນ​ຢູ່​ຕ່າງປະ​ເທດ​ໄດ້ຜ່ານ​ວິທະຍຸ CRI ກ່າວ​ຄຳ​ປາ​ໃສ​ຕໍ່ນັກ​ສຶກສາ​ຈີນ​ທີ່​ໄປ​ຮຽນ​ຢູ່​ຕ່າງປະ​ເທດ​ວ່າ, ລັດຖະບານ​ຈີນ​ສົ່ງ​ເສີມ​ໃຫ້ນັກ​ສຶກສາ​ທີ່​ຮຽນ​ຢູ່​ຕ່າງປະ​ເທດ​ກັບ​ຄືນ​ມາຮັບ​ໃຊ້​ປະ​ເທດ​ຊາດ​ດ້ວຍ​ຫລາຍ​ຮູບການ.

ທ່ານ​ຮານ​ສີ​ເຕີ​ເວົາວ່າ,ສຳລັບ​ນັກ​ສຶກສາ​ທີ່​ຮຽນ​ຢູ່​ຕ່າງປະ​ເທດ, ລັດຖະ ບານ​ຈີນ​ຍຶດຫມັ້ນທິດ​ທາງ​ທີ່​ສະຫນັບສະຫນູນ​ການ​ໄປ​ຮຽນ​ຢູ່​ຕ່າງປະ​ເທດ ສົ່ງ​ເສີມ​ໃຫ້​ກັບ​ຄືນ​ປະ​ເທດ​ຊາດ​ຫຼັງ​ຈາກ​ຮຽນ​ຈົບ ອະນຸຍາດ​ໃຫ້​ໄປມາ​ຢ່າງ​ເສລີ ​ແລະສົ່ງ​ເສີມ​ໃຫ້ນັກ​ສຶກສາທີ່ຮຽນຢູ່​ຕ່າງປະ​ເທດ​ກັບ​ຄືນມາ​ເຮັດ​ວຽກ​​ແລະ​ຮັບ​ໃຊ້​ປະ​ເທດ​ຊາດ,ທັງ​ໄດ້​ວາງ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງ.ປະຈຸ​ບັນ, ທົ່ວ​ປະ​ເທດ​ໄດ້​ສ້າງອົງການ​ຮັບ​ໃຊ້​ນັກ​ສຶກສາ​ທີ່​ຮຽນ​ຢູ່​ຕ່າງປະ​ເທດ 20 ກວ່າ​ບ່ອນ​ແລະ​ສວນ​ສ້າງ​ພາລະກິດ​​ເກືອບ 60 ​ແຫ່ງ​ສຳລັບ​ນັກ​ສຶກສາ​ທີ່​ຮຽນ​ຢູ່​ຕ່າງປະ​ເທດ​ເກືອບ 60 ​ແຫ່ງ,ພ້ອມ​ທັງໄດ້​ສ້າງ​ຕາຫນ່າງ​ຂໍ້​ມູນ​ຂ່າວສານ​ຂອງ​ນັກ​ສຶກສາ​ຈີນ​ທີ່​ຮຽນ​ຢູ່​ຕ່າງປະ​ເທດ, ພ້ອມ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງຈັດງານສັງ​ສັນຂະຫນາດ​ໃຫຍ່ສຳລັບ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ວິທະຍາສາດ​ເຕັກນິກທີ່ໄປ​ຮຽນ​ຢູ່​ຕ່າງປະ​ເທດ​.