ຕາມຂ່າວCRI ,ວັນທີ 9 ກຸມພາ,ຢູ່ທີ່ປັກກິ່ງ ທ່ານຂົງຊວນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ ຝ່າຍຈີນຊົມເຊີຍແລະສະຫນັບສະຫນູນສອງຝ່າຍປາເລັສຕີນອິສລາແອນເຊັນສັນຍາຢຸດຍິງໃນວັນທີ 8 ກຸມພາ,ຫວັງໃຫ້ສັນຍາດັ່ງກ່າວໄດ້ຮັບການປະຕິບັດຢ່າງແທ້ຈິງ ໃຫ້ຂະບວນວິວັດສັນຕິພາບຕາເວັນອອກກາງໄດ້ປະຕິບັດຄືນໃຫມ່ໂດຍໄວ
ທ່ານຂົງຊວນກ່າວວ່າ ຝ່າຍຈີນຍ້ອງຍໍຊົມເຊີຍນຳເອຢິບແລະຊອກດານີທີ່ ໄດ້ທຳຄວາມພະຍາຍາມຢ່າງຕັ້ງຫນ້າເພື່ອຊຸກຍູ້ໃຫ້ການພົບພໍ້ຂັ້ນສຸດຍອດປາເລັສຕີນອິສລາແອນແລະຂະບວນວິວັດສັນຕິພາບຕາເວັນອອກກາງ
|