|
|
(GMT+08:00)
2005-02-19 16:57:13
|
ຜູ້ດຳນ້ຳອາສາສະໝັກຂອງຈີນຈະໄປບໍລິການກອບກູ້ຢູ່ໄທ
cri
Author: li
ຕາມຂ່າວສານຊິນຮວາ: ວັນທີ 19 ກຸມພາ ຢູ່ທີ່ປັກກິ່ງ ນັກຂ່າວໄດ້ຊາບວ່າ,ຫວ່າງມໍ່ໆນີ້ ວຽກງານຮັບສະໝັກແລະຄັດເລືອກສະມາຊິກກອງຮັບໃຊ້ກອບກູ້ຂອງຊາວໜຸ່ມອາສາສະໝັກຂອງຈີນທີ່ຈະໄປໄທໄດ້ສິ້ນສຸດລົງແລ້ວ. ເມື່ອໄດ້ຮັບການເຝິກອົບຮົມຢູ່ປັກກິ່ງແລ້ວ,ຜູ້ດຳນ້ຳ 10 ຄົນຈະໄປບໍລິການຢູ່ເຂດປະສົບໄພຄື້ນຊູນາມີພາກໃຕ້ຂອງໄທໃນວັນທີ 25 ກຸມພາ.
ຕາມແນະນຳວ່າ,ມີຊາວໜຸ່ມນັກດຳນ້ຳຮ້ອຍກວ່າຄົນໄດ້ສະໝັກເຂົ້າຮ່ວມການອາສາບໍລິການ. ຜ່ານຈາກການສອບເສັງແລະຄັດເລືອກ,ໄດ້ເລືອກເອົາ 10 ຄົນ,ໃນນັ້ນ ຜູ້ອາຍຸແກ່ກວ່າໝູ່ແມ່ນ 35 ປີ,ໜຸ່ມກວ່າໝູ່ 25 ປີ,ລ້ວນແຕ່ແມ່ນຜູ້ເຮັດວຽກຊ່ອຍເຫຼືອກອບກູ້ທາວເອົາວິຊາສະເພາະ. ນອກນີ້ ຍັງມີຜູ້ຊ່ອຍເຕັກນິກເທິງນ້ຳ ແລະນາຍໝໍດຳນ້ຳ 7 ຄົນຈະໄປຊ່ອຍເຫຼືອການບໍລິການກອບກູ້ນຳກັນກັບຜູ້ອາສາສະໝັກເທື່ອນີ້.
|
|
|