ຕາມຂ່າວ cri ວັນທີ 1 ມີນາ ຢູ່ທີ່ປັກກິ່ງ ໃນເວລາທ່ານເວີ່ນເຈ່ຍປາວ ນາຍົກລັດ ຖະມົນຕີນຈີນພົບປະທ່ານໂລມູໂລ ລັດຖະມົນຕີການຕ່າງປະເທດຟິລິບປິນທີ່ມາຢາມນັ້ນ,ທ່ານກ່າວວ່າ,ຫວັງໃຫ້ສອງຝ່າຍຈີນຟິລິບປິນເພີ່ມທະວີການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນຂົງເຂດຕ່າງໆຕື່ມອີກ,ຊຸກຍູ້ໃຫ້ການພົວພັນລະຫວ່າງສອງປະເທດຂະຫຍາຍໄປຫນ້າຢ່າງບໍ່ຢຸດຢັ້ງ
ທ່ານໂລມູໂລກ່າວວ່າ,ລັດຖະບານຟິລິບປິນເອົາໃຈໃສ່ທີ່ສຸດນຳການພົວພັນກັບຈີນ,ຍິນດີຮັດແຫນັ້ນການພົວພັນລະຫວ່າງສອງປະເທດຕື່ມອີກ,ພ້ອມກັນປະກອບສ່ວນໃຫ້ແກ່ສັນຕິພາບ ສະຖຽນລະພາບແລະການພັດທະນາໃນພາກພື້ນ.
|