|
![](/images/spacer.gif) |
(GMT+08:00)
2005-03-07 14:22:16
|
ກອງກ່ຳປັ່ນລົບທະຫານເຮືອໄທສຳເລັດການຢ້ຽມຢາມຈີນ
cri
Author: li
ຕາມຂ່າວສານຊິນຮວາ: ເວລາ 7 ໂມງປາຍຂອງວັນທີ 7 ມີນາ ກອງກ່ຳປັ່ນລົບທະຫານເຮືອໄທໄດ້ແລ່ນອອກຈາກທ່າເຮືອຢາງຈືຈຽງຂອງທະຫານເຮືອຊຽງໄຮ້,ສຳເລັດການຢ້ຽມຢາມສັນທະວະໄມຕີຢູ່ຊຽງໄຮ້ເປັນເວລາ 5 ມື້.
ໃນໄລຍະຢ້ຽມຢາມ,ນາຍແລະພົນທະຫານໄທໄດ້ຊົມກ່ຳປັ່ນປ້ອງກັນດ້ວຍລູກສອນໄຟນຳວິຖີທີ່ຈີນຄົ້ນຄວ້າຜະລິດເອົາເອງ,ໄດ້ໄປທ່ຽວສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຕ່າງໆເຊັ່ນຫໍໂທລະພາບຕົງຟາງມິງຈູ,ວັດພະແກ້ວແລະສວນຢູຢວນເປັນຕົ້ນ,ນາຍແລະພົນທະຫານເຮືອຂອງຈີນແລະໄທຍັງໄດ້ຈັດໃຫ້ມີການແຂ່ງຂັນມິດຕະພາບບານບ້ວງແລະດຶງເຊືອກ.
ການຢ້ຽມຢາມເທື່ອນີ້ແມ່ນເພື່ອສະຫຼອງຈີນໄທສ້າງສາຍສຳພັນທາງການທູດຄົບຮອບ 30 ປີ.
|
|
|