ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-11 17:18:56    
ການ​ຄົ້ນ​ຄວ້າ​ກ່ຽວ​ກັບ​ແຜນ​ການ​ສອງ​ດາວ​ທຽມ​ໄດ້​ຮັບ​ໝາກ​ຜົນ​ຫຼາຍ​ລາຍ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 11 ມີນາ ຢູ່​ທີ່​ປັກ​ກິ່ງ ​ໃນ​ເວລາ​ທ່ານ​ລິວ​ໂປ ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ສະພາ​ບັນດິດ​ວິທະຍາສາດ​ຈີນ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ພວກ​ເຮົາ​ນັ້ນ ທ່ານ​ເວົ້າວ່າ,​ແຕ່​ປະຕິບັດ​ແຜນການ​ສອງ​ດາວ​ທຽມ​ມາ​ນີ້,ນັກ​ວິທະຍາສາດ​ຂອງ​ຈີນ​ແລະ​ເອີ​ລົບ​ໄດ້​ຮັບ​ໝາກຜົນ​ຄົ້ນຄວ້າ​ຫຼາຍ​ລາຍ.

ປີ 1997 ນັກວິທະຍາສາດ​ຈີນ​ໄດ້​ສະ​ເໜີ​ແຜນການ​ສອງ​ດາວ​ທຽມ,ຫວັງ​ໃຫ້​ນຳ​ໃຊ້​ດາວ​ທຽມ​ສອງ​ໜ່ວຍ​ທີ່​ໝູນ​ເດີນ​ຢູ່​ໂຄຈອນ​ຕ່າງ​ກັນ​ມາ​ສຳຫຼວດ​ຢັ່ງ​ແທກ​ສິ່ງ​ແວດ​ລ້ອມ​ອະວະກາດ​ຂອງ​ໜ່ວຍ​ໂລກ,ປີ 2001 ຈີນ​ໄດ້​ເລີ່ມຮ່ວມ​ມື​ກັບ​ກົມ​ອະວະກາດ​ເອີ​ລົບ​ກ່ຽວ​ກັບ​ແຜນການ​ດັ່ງກ່າວ,​ແລະ​ໄດ້​ຍິງ​ສົ່ງ​ດາວ​ທຽມ​ສຳຫຼວດ​ຢັ່ງ​ແທກ​ສອງ​ໜ່ວຍ​ໃນ​ປີ​ກ່ອນ​ແລະ​ປີ​ກາຍ​ນີ້​,​ແຜນ​ການ​ນີ້​ຈຶ່ງ​ໄດ້​ເຂົ້າສູ່​ໄລຍະ​ສຳຫຼວດ​ຢັ່ງ​ແທກ​ຕົວ​ຈິງ. ທ່ານ​ລິວ​ໂປ​ແນະນຳ​ວ່າ,ປັດຈຸບັນ,ດາວ​ທຽມ​ສອງ​ໜ່ວຍ​ນີ້​ໄດ້​ໝູນ​ເດີນ​ເປັນ​ຢ່າງ​ດີ,ນັກ​ວິທະຍາ​ດສາດ​ຂອງ​ຈີນ​ແລະ​ເອີ​ລົບ​ໄດ້​ຜ່ານ​ການ​ວິ​ໄຈ​ຄົ້ນຄວ້າ​ຕົວ​ເລກ​ທີ່ດາວ​ທຽມ​ສອງ​ໜ່ວຍ​ນີ້​ສົ່ງ​ຄືນ​ມາ ​ແລ້ວ​ປະກາດ​ວິທະຍາ​ນິພົນ 70 ກວ່າ​ບົດ.