ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-11 17:26:07    
ສະ​ຖາ​ບັນ​ຂົງຈື້​ແຫ່ງ​ທີ​ສອງ​ຂອງ​ເອີ​ລົບ​ຈະ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ແບນ​ຊິກ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 10 ມີນາ ຢູ່​ສະຖານທູດ​ຈີນ​ປະຈຳ​ແບນ​ຊິກ ​ເຈົ້າໜ້າ​ທີ່​ສະຖານ​ທູດ​ຈີນ​ປະຈຳ​ແບນ​ຊິກ​ແລະ​ປະທານ​ສະມາຄົມ​ແບນ​ຊິກ​ຈີນ​ຂອງ​ແບນ​ຊິກ​ໄດ້​ເຊັນ​ສັນຍາ​ກໍ່ສ້າງ​ສະ​ຖາ​ບັນ​ຂົງຈື້​ບຼູ​ແຊນ,ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ,ສະ​ຖາ​ບັນ​ຂົງຈື້​ແຫ່ງ​ທີ​ສອງ​ຂອງ​ເອີ​ລົບ​ຈະ​ສ້າງ​ຕັ້ງ​ຂຶ້ນຢູ່​ບຼູ​ແຊນ.

ທ່ານ​ຈາງ​ຊິນ​ເຊີ້ງ ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ​ຈີນ​ທີ່​ເຂົ້າຮ່ວມ​ພິທີ​ລົງ​ນາມ​ກ່າວ​ວ່າ,ຈຸດປະສົງ​ຕົ້ນຕໍ​ຂອງ​ການ​ສ້າງຕັ້ງ​ສະ​ຖາ​ບັນ​ຂົງຈື້​ແມ່ນ​ເພື່ອ​ແນະນຳ​ພາສາ​ແລະ​ວັດທະນະທຳ​ຂອງ​ຈີນ​ໃຫ້​ໂລກ. ບຼູ​ແຊນ​ແມ່ນ​ບ່ອນ​ຕັ້ງ​ຫຼາຍ​ອົງການ​ຈັດຕັ້ງ​ສຳຄັນ​ຂອງ​ສະຫະພາບ​ເອີ​ລົບ,​ເຊື່ອ​ວ່າ​ສະ​ຖາ​ບັນ​ຂົງຈື້ຈະ​ກາຍ​ເປັນ​ຂົວ​ສະພານ​ທີ່​ແນະນຳ​ພາສາ​ແລະ​ວັດທະນະທຳ​ຂອງ​ຈີນ​ໃຫ້​ສະຫະພາບ​ເອີ​ລົບ.

ສະ​ຖາ​ບັນ​ຂົງຈື້​ແມ່ນ​ອົງການ​ທີ່​ບໍ່​ຫາ​ຜົນ​ກຳ​ໄລ​ຂອງ​ໜ່ວຍ​ນຳພາ​ການ​ສິດສອນ​ພາສາ​ຈີນ​ໃຫ້​ຕ່າງປະ​ເທດ​​ແຫ່ງຊາດ​ຈີນ​ໃນ​ການ​ເຜີຍ​ແຜ່​ການ​ສຶກສາ​ແລະ​ການ​​ແລກປ່ຽນ​ວັດທະນະທຳ​ພາສາ​ຈີນ​ໃນ​ຂອບ​​ເຂດ​ໂລກ. ​ເມື່ອ​ເດືອນ​ມິຖຸນາ​ປີ​ກາຍ​ນີ້ ສະ​ຖາ​ບັນ​ຂົງຈື້ສະ​ຕົກ​ໂຄມ​ເອີ​ລົບ​ເໜືອ ​ເຊິ່ງ​ເປັນ​ສະ​ຖາ​ບັນ​ຂົງຈື້​ແຫ່ງ​ທຳ​ອິດ​ຂອງ​ເອີ​ລົບ​ໄດ້​ສ້າງຕັ້ງ​ຂຶ້ນຢູ່​ມະຫາ​ວິທະຍາ​ໄລ​ສະ​ຕົກ​ໂຄມ​ແຫ່ງ​ສະ​ວິສ.