ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Saturday    Apr 26th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-17 12:31:42    
ກອງ​ປະ​ຊຸມ​ສຳ​ມະ​ນາ​ປ້ອງ​ກັນ​ພະ​ຍາດ​ຫຼັງ​ໄພ​ພິ​ບັດ​ຈີນ​ອາ​ຊຽນ​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ

cri Author: huachunmei
ຕາມ​ຂ່າວ CRI: ວັນ​ທີ 17 ມີ​ນາ ຢູ່​ທີ່​ປັກ​ກິ່ງ​ໄດ້​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ​ປ້ອງ​ກັນ​ພະ​ຍາດ​ຫຼັງ​ໄພ​ພິ​ບັດ​ຈີນ​ອາ​ຊຽນ,​ກອງ​ປະ​ຊຸມ​ນີ້​ຈະ​ໄຂ​​ເປັນ​ເວ​ລາ​ສອງ​ມື້. ​ຜູ້​ແທນ​ລັດ​ຖະ​ບານ​ຂອງ​ຈີນ,​ປະ​ເທດ​ພາ​ຄີ​ສ່ວນ​ໜຶ່ງ​ຂອງ​ອາ​ຊຽນ​ພ້ອມ​ດ້ວຍ​ມານ​ດິຟ​ແລະ​ສີ​ລັງ​ກາ ແລະ​ຜູ້​ແທນ​ຂອງ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ກ່ຽວ​ຂ້ອງ 60 ກວ່າ​ຄົນ​​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ.

ທ່ານ​ນາງ​ອູ​ອີ ຮອງ​ນາຍົກລັດຖະມົນຕີຈີນ​ໄດ້​ຝາກ​ຈົດໝາຍ​ອວຍພອນມາ​ຍັງ​ກອງ​ປະຊຸມ,ຫວັງ​​ໃຫ້​ກອງ​ປະຊຸມ​ສຳ​ມະນາ​ເທື່ອ​ນີ້,​ແລກປ່ຽນບົດຮຽນອັນ​ອຸດົມສົມບູນ​​ໃນ​ການ​ປ້ອງ​ກັນ​ພະຍາດ​ຫຼັງ​​ເກີດໄພພິບັດ​ຢ່າງ​ເຕັມ​ສ່ວນ,ຊອກ​ຫາ​ຊ່ອງ​ທາງ​ຕິດ​ຕໍ່​ແລະ​ສ້າງກົນ​ໄກ​ແຈ້ງ​ສະພາບ​ພະຍາດ​ທີ່​ບັງ​ເກີ​ດຜົນ​ລະຫວ່າງ​ບັນດາ​ປະ​ເທດ,ສ້າງ​ພື້ນຖານ​ໃຫ້​ແກ່​ການ​ຮ່ວມ​ມື​ສຸກ​ເສີນ​ເພື່ອ​ກູ້​ໄພ​ແລະ​ປ້ອງ​ກັນ​ພະຍາດ​ລະຫວ່າງ​ພາກ​ພື້ນ.

ກອງ​ປະຊຸມ​ເທື່ອ​ນີ້​ຈະ​ຫາລື​ແລະ​ຮັບຮອງ​ເອົາ"​ແຜນການ​ດຳ​ເນີນ​ງານ​ປັກ​ກິ່ງ",ວາງ​ຂໍ້​ສະ​ເໜີ​ປະຕິບັດ​ງານ​ອັນ​ລະອຽດ​ຂອງ​ກົນ​ໄກ​ຮ່ວມ​ມື​ສຸກ​ເສີນເພື່ອ​ກູ້​ໄພ​ແລະ​ປ້ອງ​ກັນ​ພະຍາດ​ຂອງ​ພາກ​ພື້ນ.
 
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040